ທ່ານນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ຖະແຫຼງຂ່າວກ່ຽວກັບການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955-20 ກໍລະກົດ 2023) ໃນວັນທີ 7 ກໍລະກົດນີ້ ທີ່ສູນກາງສະຫະພັນແມ່ຍິງລາວ ໂດຍທ່ານໄດ້ກ່າວວ່າ: ຄືດັ່ງບັນດາທ່ານໄດ້ຮັບຮູ້ນໍາກັນແລ້ວວ່າ ວັນທີ 20 ກໍລະກົດຂອງທຸກໆປີ ສສຍລ, ສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດໄດ້ພ້ອມໃຈກັນເຂົ້າຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຊຶ່ງເປັນອົງການຈັດຕັ້ງມະຫາຊົນໜຶ່ງໃນລະບົບການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນ ທີ່ພັກເປັນຜູ້ໃຫ້ກຳເນີດ, ຝຶກຝົນຫຼໍ່ຫຼອມ ແລະ ຊຸກຍູ້ສົ່ງເສີມ ເພື່ອໃຫ້ແມ່ຍິງໄດ້ເຮັດໜ້າທີ່ໃນການເປັນຕົວແທນແຫ່ງສິດຜົນປະໂຫຍດ ອັນຊອບທຳຂອງແມ່ຍິງ-ເດັກນ້ອຍ ຕິດພັນກັບການສຶກສາອົບຮົມ ເຕົ້າໂຮມຄວາມສາມັກຄີ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງແມ່ຍິງລາວ ປະກອບສ່ວນເຂົ້າໃນພາລະກິດປະຕິວັດ ກໍຄືພາລະກິດພັດທະນາແມ່ຍິງ, ເອົາໃຈໃສ່ປະຕິບັດສິດສະເໝີພາບຍິງ-ຊາຍ ແລະ ປົກປັກຮັກສາມູນເຊື້ອທີ່ເປັນເອກະລັກຂອງແມ່ຍິງລາວໃນໄລຍະໃໝ່.
ສະນັ້ນ, ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປີນີ້ມີຄວາມໝາຍສໍາຄັນ, ມີເນື້ອໃນເລິກເຊິ່ງ, ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ, ສສຍລ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 412/ສສຍລ ກ່ຽວກັບການຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ, ແນໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າໃຫ້ມີຄວາມຮັບຮູ້, ເຂົ້າໃຈຕໍ່ມູນເຊື້ອ ແລະ ການເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ໄປຄຽງຄູ່ກັບການປຸກລະດົມສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າເປັນເຈົ້າການເຂົ້າຮ່ວມພັດທະນາແມ່ຍິງຕາມວິໄສທັດ ພັດທະນາແມ່ຍິງລາວ ຮອດປີ 2030, ແຜນຍຸດທະສາດພັດທະນາແມ່ຍິງລາວຮອດປີ 2025, ແຜນພັດທະນາແມ່ຍິງແຫ່ງຊາດ 2021-2025 ແລະ ປະກອບສ່ວນເຂົ້າໃນການປະຕິບັດ 2 ວາລະແຫ່ງຊາດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້; ທັງເປັນການເພີ່ມທະວີຄວາມຮັບຜິດຊອບຂອງຄະນະ ແລະ ສະມາຊິກສະຫະພັນແມ່ຍິງ ໃນການສືບຕໍ່ຈັດຕັ້ງປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂອງຂະ ແໜງການ, ທ້ອງຖິ່ນຕາມທິດ 3 ສ້າງ ຕິດແໜ້ນກັບການສ້າງຄອບຄົວ ແລະ ບ້ານສະຫະພັນແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດສາມສ້າງໃຫ້ເປັນຂະບວນການກວ້າງຂວາງໃນທົ່ວປະເທດ.
ສໍາລັບກິດຈະກໍາທີ່ຈະສະເຫຼີມສະຫຼອງໃນປີນີ້ມີ: ການຈັດກອງປະຊຸມສຳມະນາ, ປາຖະກະຖາ, ຈັດງານຕະຫຼາດນັດວາງສະແດງສິນຄ້າກະສິກຳ, ຫັດຖະກຳທີ່ເປັນສີໄມ້ລາຍມືຂອງແມ່ຍິງ ແລະ ທ້ອງຖິ່ນ; ກິດຈະກຳຕິດພັນກັບການອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທໍາອັນດີງາມຂອງຊາດ, ຂອງແມ່ຍິງລາວ; ສົມທົບກັບພາກສ່ວນກ່ຽວຂ້ອງຈັດຂະບວນການບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ແລະ ຈັດຕັ້ງການຢ້ຽມຢາມພະນັກງານປະຕິວັດອາວຸໂສບຳນານ, ອະດີດການນໍາເພດຍິງຕາມຄວາມເໝາະສົມ ແລະ ເງື່ອນໄຂຕົວຈິງ ຊຶ່ງໃນວັນທີ 14 ກໍລະກົດ 2023 ສສຍລ ຮ່ວມກັບສະມາຄົມນັກທຸລະກິດຍິງ ແລະ ສະມາຄົມຫັດຖະກຳລາວ ຈະໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຂອງການນຳຂັ້ນສູງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ພາຍໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງທາງດ້ານເສດຖະກິດໃນໄລຍະໃໝ່” ແລະ ກິດຈະກຳອື່ນໆຈັດຂຶ້ນທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມລາວ-ຍີ່ປຸ່ນ (ICTC); ໃນວັນທີ 21 ກໍລະກົດ 2023 ສ້າງຂະບວນການບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມຮ່ວມກັບສະຖາບັນເລືອດແຫ່ງຊາດ ອົງການກາແດງລາວ ພາຍໃຕ້ຄໍາຂວັນ “68 ປີມີໄຊໃຫ້ເລືອດ ໃຫ້ຊີວິດ” ທີ່ສູນການຄ້າລາວ-ໄອເຕັກ ຊຶ່ງຈະເລີ່ມແຕ່ 8:00 ຫາ 16:00 ໂມງ ຂໍເຊີນຊວນທຸກທ່ານເຂົ້າຮ່ວມເພື່ອບໍລິຈາກເລືອດຊ່ວຍຊີວິດ. ໃນໄລຍະສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ, ສສຍລ ຂໍເຊີນຊວນທຸກພາກສ່ວນນຳພາສະມາຊິກສະຫະພັນແມ່ຍິງລາວ-ແມ່ຍິງລາວບັນດາເຜົ່າເອົາໃຈໃສ່ສຶກສາອົບ ຮົມລູກຫຼານໂດຍການເຂົ້າຢ້ຽມຊົມຫໍມູນເຊື້ອແມ່ຍິງລາວ ທີ່ສູນອົບຮົມແມ່ຍິງລາວ ແລະ ຫ້ອງສິນສາຍໄໝຢູ່ບ້ານຊຽງຍືນ ຊຶ່ງພວກເຮົາໄດ້ເປີດໃຫ້ເຂົ້າຢ້ຽມຊົມໃນໂມງລັດຖະການ.
ໃນໂອກາດດັ່ງກ່າວ, ທ່ານນາງ ສິລິກິດ ບຸບຜາ ໄດ້ຕາງໜ້າໃຫ້ຄະນະສະຫະພັນແມ່ຍິງທຸກຂັ້ນ, ສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າສະແດງຄວາມເຄົາລົບ ແລະ ຮູ້ບຸນຄຸນຢ່າງສູງຕໍ່ການ ນໍາພັກ, ສະພາແຫ່ງຊາດ ແລະ ລັດຖະບານ ຊຶ່ງຍາມໃດກໍໄດ້ເອົາໃຈໃສ່ສ້າງທຸກເງື່ອນໄຂໃຫ້ແກ່ການເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມບໍາລຸງສ້າງສະມາຊິກສະຫະພັນແມ່ຍິງລາວບັນດາເຜົ່າ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວໃນທຸກດ້ານ. ທັງສ້າງຄວາມເຊື່ອໝັ້ນ ແລະ ຖືສໍາຄັນຕໍ່ບົດບາດຂອງແມ່ຍິງໃນການເຂົ້າຮ່ວມປະຕິບັດ 2 ໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຂໍຝາກຄໍາອວຍພອນ ແລະ ຢື້ຢາມຖາມຂ່າວອັນສະໜິດສະໜົມຂອງຄະນະສະຫະພັນແມ່ຍິງທຸກຂັ້ນ ໄປເຖິງແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ຈົ່ງພ້ອມກັນຝຶກຝົນຫຼໍ່ຫຼອມຕົນເອງ, ຍົກສູງຄວາມຮູ້-ຄວາມສາມາດ ບຸກໜ້າບືນຕົວປະກອບສ່ວນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ແຜນພັດທະນາແມ່ຍິງແຫ່ງຊາດໃຫ້ສໍາເລັດຜົນ ໂດຍສະເພາະພ້ອມກັນຈັດຕັ້ງປະຕິບັດຄຳຂັວນ ຊົມເຊີຍວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ 20 ກໍລະກົດ 1955-20 ກໍລະກົດ 2023 ຄົບຮອບ 68 ປີຢ່າງສຸດໃຈ ກໍຄືຂໍ້ແຂ່ງຂັນ 3 ດີຄື: ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ ຊຶ່ງເປັນ ການປະກອບສ່ວນສໍາຄັນໃນການພັດທະນາຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດເຮັດໃຫ້ຖານະບົດບາດຂອງແມ່ຍິງເຮົາສູງຂຶ້ນຕື່ມອີກທັງພາຍໃນ ແລະ ເວທີສາກົນ.