ແຂວງສາລະວັນ ແລະ ອຸບົນຣາຊະທານີ ຈະພັດທະນາດ່ານທ່າເຮືອຂ້າມນ້ຳຂອງ ປາກຕາພານ-ທ່າປາກແຊງ ເປັນດ່ານສາກົນໃນອະນາຄົດ

ວັນທີ 5-6 ກໍລະກົດ 2023, ແຂວງສາລະວັນ ສປປ ລາວ ແລະ ຈັງຫວັດ ອຸບົນຣາຊະທານີ ປະເທດໄທ ໄດ້ຮ່ວມກັນສຳຫລວດຈຸດທ່າເຮືອຂ້າມນ້ຳຂອງ ທ່າດ່ານປາກຕາພານ ເມືອງລະຄອນ (ແຂວງສາລະວັນ) ໄປຫາ ທ່າດ່ານປາກແຊງ ຕຳບົນພະລານ ອຳເພີນາຕານ (ຈັງຫວັດອຸບົນຣາຊະທານີ ປະເທດໄທ) ເພື່ອຈະພັດທະນາ ແລະ ຍົກລະດັບຈາກດ່ານທ້ອງຖິ່ນ ໃຫ້ເປັນດ່ານສາກົນໃນອະນາຄົດ.

ການສຳຫລວດຄັ້ງນີ້ 2 ຝ່າຍໄດ້ຕົກລົງເຫັນດີຮ່ວມກັນກຳນົດສຳຫລວດເຂດແມ່ນ້ຳຂອງໄທ-ລາວ, ໂດຍໃຊ້ເຄື່ອງວັດແທກລະດັບນ້ຳ, ຈຸດເດີນເຮືອ, ຈຸດຈອດເຮືອ, ເຊິ່ງໃຊ້ເວລາ 2 ວັນຈຶ່ງສຳເລັດ.

ໂດຍການປະຕິບັດຕາມລົງນາມເຊັນບົດບັນທຶກການການຮ່ວມມືລະຫ່ວາງຄະນຳຂັ້ນສູງຂອງແຂວງສາລະວັນ ກັບ ຈັງຫວັດອຸບົນລາຊະທານີ (ໄທ) ຄັ້ງວັນທີ 21 ເມສາ 2023, ຂໍ້ທີ 8. 2. 7 ເຊິ່ງເນື້ອໃນລະບຸວ່າ: ແຂວງສາລະວັນ ກຽມຍົກລະດັບດ່ານທ້ອງຖິ່ນປາກຕາພານ ເມືອງລະຄອນ ໃຫ້ເປັນດ່ານສາກົນ ເພື່ອໃຫ້ສົມຄູ່ກັບດ່ານຖາວອນປາກແຊງ ຕຳບົນພະລານ ອຳເພີນາຕານ ຈັງຫວັດອຸບົນຣາຊະທານີ (ໄທ).