ວຽກງານກວດກາພັກ-ລັດ ຕ້ານການສໍ້ລາດບັງຫລວງ ຕ້ອງເພີ່ມທະວີແກ້ໄຂກວດກາຢ່າງຖືກຕ້ອງ, ຄົບຖ້ວນ, ເຂັ້ມງວດ ແລະ ທັນການ

ກອງປະຊຸມເຜີຍແຜ່ເອກະສານກ່ຽວກັບວຽກງານກວດກາພັກ-ກວດກາລັດ ສະກັດກັ້ນຕ້ານການສໍ້ລາດບັງຫລວງ, ຄໍາຮ້ອງ-ຄໍາສະເໜີ, ໃຫ້ຄະນະພັກຮາກຖານພະແນກເລຂາໜ່ວຍພັກ ແລະ ສະມາຊິກພັກ-ພະນັກງານ, ຈັດຂຶ້ນໃນວັນທີ 7 ກໍລະກົດ 2023 ຢູ່ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫລວງວຽງຈັນ (ນວ), ເປັນປະທ່ານຮ່ວມຂອງທ່ານ ບຸນວັນ ຈະສົ່ວເກົ້າ ຮອງປະທານຄະນະກວດກາພັກ ອົງການກວດກາລັດ ນວ, ມີທ່ານ ບົວຄໍາ ໄຊສົງຄາມ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ.
ໂອກາດນີ້, ທ່ານ ບຸນວັນ ຈະສົ່ວເກົ້າ ກ່າວວ່າ: ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ພັກ-ລັດ ພວກເຮົາເວລາຍາມໃດກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນບັນຫານີ້ເຫັນໄດ້ຜົນຮ້າຍຂອງການສໍ້ລາດບັງຫລວງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງ ແລະ ໃນຖັນແຖວພະນັກງານ, ສະມາຊິກພັກ ເຊິ່ງກະທົບເຖິງບົດບາດການນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ຄວາມໝັ້ນຄົງຂອງລະບອບພວກເຮົາ. ດັ່ງນັ້ນ, ໃນໄລຍະຜ່ານມາ ຄະນະພັກ ອົງການປົກຄອງແຕ່ລະຂັ້ນ ກໍໄດ້ເອົາໃຈໃສ່ສຶກສາອົບຮົມເຜີຍແຜ່ກົດໝາຍ ຂໍ້ກໍານົດກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາວຍັງຫລວງ ໄດ້ດຳເນີນການກວດກາໃນຫລາຍຂົງເຂດ, ຫລາຍເປົ້າໝາຍ, ຜ່ານການກວດກາກໍສາມາດສະກັດກັ້ນປະກົດການຫຍໍ້ທໍ້ ແລະ ເກັບກູ້ວັດຖຸຊັບສິນ ເງິນຄໍາທີ່ຕົກເຮ່ຍ ເສຍຫາຍຄືນມາໃຫ້ພັກ-ລັດ ລວມໝູ່ ແລະ ພົນລະເມືອງເປັນຈຳນວນບໍ່ໜ້ອຍ.
ນອກນັ້ນ, ຄະນະພັກ ອົງການປົກຄອງ ຄະນະກວດກາຂັ້ນຕ່າງໆຍັງໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ຄໍາສະເໜີຂອງສະມາຊິກພັກ-ພະນັກງານ ແລະ ປະຊາຊົນຕາມກົດລະບຽບຂອງພັກຂອງລັດໄດ້ປັບປຸງ, ຍົກສູງຄວາມຮັບຜິດຊອບຂອງພະນັກງານ ແລະ ເກ້ໄຂບັນຫາຕ່າງໆຖືກຕ້ອງຕາມຕົວຈິງ, ແກ້ໄຂຄໍາຮ້ອງ-ຄໍາສະເໜີ ແລະ ກົດໝາຍການຈັດຕັ້ງຕໍ່ການພິຈາລະນາ ແລະ ມີຄວາມຍຸຕິທໍາ, ເຮັດໃຫ້ເປົ້າໝາຍຕ່າງໆທີ່ມີຄໍາຮ້ອງ-ຄໍາສະເໜີສ່ວນຫລາຍມີຄວາມສະຫງົບ, ເຫັນໄດ້ຄວາມເອົາໃຈໃສ່ຂອງການຈັດຕັ້ງພັກ-ລັດ ແລະ ການຈັດຕັ້ງອື່ນໆທີ່ມີຕໍ່ຕົນເອງ ເປັນການປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ.
ໄປຄຽງຄູ່ກັບການຕັ້ງໜ້າກໍຍັງມີຂໍ້ຄົງຄ້າງຈຳນວນໜຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂທັດສະນະຄວາມຮັບຮູ້ເຂົ້າໃຈຕໍ່ວຽກງານກວດກາ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ເມື່ອກວດກາເຫັນບັນຫາ ກໍເອົາໃຈໃສ່ແກ້ໄຂກວດກາຢ່າງຖືກຕ້ອງ, ຄົບຖ້ວນ, ເຂັ້ມງວດ ແລະ ທັນການ.

