ຄວາມງົດງາມຂອງເທດສະການ “ດອກໄມ້ໄຟ” ປະເທດຍີ່ປຸ່ນ

ເມື່ອບໍ່ດົນມານີ້,ທ້າວ Keisuke ອາຍຸ 25 ປີທີ່ປະເທດຍີ່ປຸ່ນ, ເປັນຊ່າງພາບໄດ້ ຖ່າຍພາບ ໃນງານເທດສະການຂອງແຕ່ ລະເມືອງເພື່ອເກັບແສງແຫ່ງ ຄວາມຊົງຈຳນັ້ນໄວ້ມາເຜີຍແຜ່ ໃນອິນສະຕຣາແກມສ່ວນຕົວ ປັດຈຸບັນມີຄົນຕິດຕາມ 29,000 ຄົນແລ້ວ.

 

 

+ ຫັນເອົາຂະບວນການທີ່ຫລາກຫລາຍສູ່ປີທ່ອງທ່ຽວລາວ

+ ຊົມພາບທິວທັດທຳມະຊາດງົດງາມ “ອ່າງນ້ຳຊວງ”

+ ຂີ່ເຮືອຊົມວິວທີ່ວັງວຽງໃຜເຫັນແລ້ວກໍ່ຫລົງສະເໜ່

 

ຫລັງຈາກນັ້ນລາວກໍໄດ້ຮັບລາງວັນຢ່າງຫລວງຫລາຍຈາກສີມືໃນການຖ່າຍພາບທິວທັດ ແລະ ສິ່ງຕ່າງໆ ໄດ້ເຮັດໃຫ້ ລາວ ມີໂອກາດເຫັນວ່າດອກໄມ້ໄຟ ເຫລົ່ານີ້ມີຄວາມງົດງາມ ແລະ ນ່າອັດສະຈັນ ເຊິ່ງຄວາມງົດງາມ ນັ້ນມັນເຫລືອໄວ້ ແຕ່ຄວາມ ຊົງຈຳຈາກພາບຖ່າຍ.

 

ພາບແບບ ນີ້ຈະເຫັນໄດ້ໃນ ລະດູຮ້ອນຂອງປະເທດຍີ່ປຸ່ນ ຈະມີເທດການ “ ດອກໄມ້ໄຟ ” ຢ່າງຫລວງຫລາຍໄດ້ຈັດຂຶ້ນ 200 ກວ່າແຫ່ງໃນທົ່ວ ປະເທດ ແລະ ເພື່ອໃຫ້ທຸກຄົນທົ່ວໂລກ     ໄດ້ເຫັນເຖິງຄວາມງົດງາມຈິ່ງ ໄດ້ມີການເກັບພາບເຫລົ່ານັ້ນໄວ້.

 

ສ່ວນປະເທດລາວຂອງ ພວກເຮົາ “ດອກໄມ້ໄຟ” ຈະ ເກີດຂຶ້ນໃນໄລຍະອອກພັນສາ ຫລື ງານພິເສດປະຈຳປີຂອງຊາດ. ເຊິ່ງພວກເຮົາກໍຄວນ ບັນທຶກພາບດັ່ງກ່າວນັ້ນໄວ້ ໃຫ້ມີສີສັນໃນຄວາມຊົງຈຳຕະ ຫລອດໄປ.