ຍັງມີເຍົາວະຊົນຈຳນວນຫຼາຍ ບໍ່ໄດ້ຮັບການຄຸ້ມຄອງເປັນຊ່ອງວ່າງໃຫ້ກຸ່ມຄົນບໍ່ດີນຳເອົາຄ່ານິຍົມທີ່ບໍ່ຖືກ ຕ້ອງມາເບື່ອເມົາເຮັດໃຫ້ມີປາກົດການຫຍໍ້ທໍ້ໃນສັງຄົມ

ທ່ານ ມອນໄຊ ລາວມົວຊົງ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍເຍົາວະຊົນລາວ (ສ້າງໃໝ່) ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ກໍລະກົດ 2023, ເຊິ່ງປະກອບ 11 ພາກ, 5 ໝວດ, 72 ມາດຕາ. ຫລັງຈາກນັ້ນ, ບັນດາສະມາຊິກສະພາແແຫ່ງຊາດ ກໍໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍສະບັບດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຖືກຕ້ອງ, ເພື່ອກໍານົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວ ກັບການຈັດຕັ້ງ,  ການເຄື່ອນໄຫວ, ການຄຸ້ມຄອງ, ການຕິດ ຕາມກວດກາການປົກປ້ອງ, ການສົ່ງເສີມ ແລະ ການພັດ ທະນາເຍົາວະຊົນລາວ ໃຫ້ກາຍເປັນໜໍ່ແໜງຜູ້ສືບທອດທີ່ດີຂອງຊາດ.

ທ່ານ ມອນໄຊ ລາວມົວຊົງ ໄດ້ຍົກໃຫ້ເຫັນເຖິງເຫດຜົນ ແລະ ຄວາມຈໍາເປັນໃນການສ້າງກົດ ໝາຍວ່າດ້ວຍເຍົາວະ ຊົນລາວ ເຊິ່ງປັດຈຸບັນ ເຍົາວະຊົນລາວ ມີຈໍານວນ 553.688 ຄົນ, ຍິງ 285.912 ຄົນ, ເປັນເຍົາວະຊົນທັນວາ 398.292 ຄົນ, ຍິງ 210.034 ຄົນ. ໃນນີ້, ຍັງມີເຍົາວະຊົນລາວ ທີ່ຍັງບໍ່ແມ່ນສະມາຊິກ ຂອງການຈັດຕັ້ງເຍົາວະຊົນທັນວາ ຈໍານວນ 155.396 ຄົນ, ຍິງ 75.878 ຄົນ. ເດັກ ນ້ອຍລາວນັບມື້ນັບເພີ່ມຂຶ້ນ ແລະ ຍັງມີເຍົາວະຊົນລາວ ຈຳນວນບໍ່ໜ້ອຍ ທີ່ບໍ່ທັນໄດ້ຮັບການຄຸ້ມຄອງ, ປົກປ້ອງ, ສົ່ງ ເສີມ ແລະ ພັດທະນາ ຢ່າງເປັນລະບົບ ເຊິ່ງເປັນຊ່ອງວ່າງ ໃຫ້ກຸ່ມຄົນບໍ່ຫວັງດີ ຈຳນວນໜຶ່ງສວຍໂອກາດນໍາເອົາຄ່ານິ ຍົມທີ່ບໍ່ຖືກຕ້ອງ,  ບໍ່ສອດຄ່ອງກັບກົດໝາຍ, ວັດທະນະທໍາ, ຮີດຄອງປະເພນີອັນດີງາມ ມາເບື່ອເມົາເຍົາວະຊົນລາວ ເຮັດໃຫ້ຕິດຢາເສບຕິດ, ຂີ້ລັກ, ສິ່ງລາມົກອານາຈານ ແລະ ຕົກເປັນເຫຍື່ອຂອງການຄ້າມະນຸດ. ດ້ວຍສາເຫດນີ້ ຈຶ່ງພາໃຫ້ເກີດມີປາກົດການ ຫຍໍ້ທໍ້ໃນສັງຄົມ; ປັດຈຸບັນການຈັດ ຕັ້ງຂອງລັດ, ການຈັດຕັ້ງສັງຄົມ, ບຸກຄົນ, ນິິຕິບຸກຄົນ ຍັງບໍ່ທັນມີນິຕິກຳ ທີ່ເປັນບ່ອນອີງໃນການຄຸ້ມຄອງ, ປົກປ້ອງ, ສົ່ງເສີມ ແລະ ພັດທະນາເຍົາວະຊົນລາວ.

ຖ້າກົດໝາຍ ວ່າດ້ວຍເຍົາວະຊົນລາວ ສະບັບນີ້, ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຄາດວ່າ ຈະມີນິຕິກຳທີ່ສຳຄັນ ເປັນເຄື່ອງມືໃຫ້ແກ່ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນການຄຸ້ມຄອງ ແລະ ນຳພາການເຄື່ອນໄຫວວຽກ ງານເຍົາວະຊົນລາວ; ການຈັດຕັ້ງເຍົາວະຊົນທັນວາ ມີສິດ ແລະ ໜ້າທີ່ ຈະແຈ້ງໃນການປົກປ້ອງ, ສົ່ງເສີມ ແລະ ພັດ ທະນາເຍົາວະຊົນລາວ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍສະບັບນີ້; ການຈັດຕັ້ງລັດ, ສັງຄົມ, ບຸກຄົນ, ນິຕິບຸກຄົນ ແລະ ຄອບຄົວ ມີສ່ວນຮ່ວມໃນການປົກປ້ອງ, ສົ່ງເສີມ ແລະ ພັດທະນາ ເຍົາວະຊົນລາວ ແຕ່ລະປະເພດ; ເຍົາວະຊົນລາວ ຈະໄດ້ຮັບການປົກປ້ອງ, ສົ່ງເສີມ, ພັດທະນາ ແລະ ເປັນການແກ້ໄຂ ປາກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ໃຫ້ຫລຸດລົງເທື່ອລະກ້າວ; ເຮັດໃຫ້ສາກົນ ໄດ້ຮັບຮູ້, ເຂົ້າ ໃຈຕໍ່ແນວທາງ ນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບການປົກປ້ອງ, ການສົ່ງເສີມ ແລະ ພັດທະນາ ເຍົາວະຊົນລາວ.