ການແຂ່ງຂັນເທັນນິສແກຣນສະແລມທີ 3 ຂອງປີ ວິມເບີດັນ 2023 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ຊິງເງິນລາງວັນລວມ 44,700,000 ປອນ ໃນລະຫວ່າງວັນທີ 3 – 16 ກໍລະກົດນີ້ ມື້ທີ 4 ຂອງການແຂ່ງຂັນ ຍັງມີສາຍຝົນລົບກວນ ແຂ່ງບໍ່ຈົບຫລາຍຄູ່.
ປະເພດຊາຍດ່ຽວ ຮອບທີສອງ:

ແຄັສເປີ ຣຸດ ຮອງແຊ້ມ ເຟັນ ໂອເພັນ ປີນີ້ ມື 4 ຂອງລາຍການ ຈາກນໍຣເວ (ນອກແວ) ຍັງບໍ່ຖະໜັດຂອດຫຍ້າ ພາດເສຍໃຫ້

ລ່ຽມ ບົວດີ້ ມືວາຍຄ໊າດຈາກເຈົ້າພາບ 2-3 ເຊັດ: 4-6, 6-3, 6-4, 3-6, 0-6, ຣຸດ ຍັງບໍ່ສາມາດຜ່ານເຂົ້າຮອບ 3 ວິມເບິດັນ.