ຮອຍຍິ້ມ ມິດໄມຕີ ກິລິຍາມາລະຍາດອັນນອບນ້ອມ ມົນສະເໜ່ ມັດໃຈໃນການດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວລາວຫຼາຍຂຶ້ນ

ໂດຍ: ຜາຕຸງ
ປີ 2024 ທີ່ຈະມາເຖິງນີ້ ສປປ ລາວ ຈະເປີດປີທ່ອງທ່ຽວ ມີແຜນດຶງດູດເອົານັກທ່ອງທ່ຽງຈາກຕ່າງປະເທດໃຫ້ເຂົ້າມາທ່ຽວລາວໃຫ້ຫຼາຍຂຶ້ນ ຕາມຄາດໝາຍແມ່ນຫຼາຍກວ່າ 1.000.000 ຄົນ, ເພື່ອບັນລຸຄາດໆໝາຍນັ້ນທຸກພາກສ່ວນໃນສັງຄົມຕ້ອງໄດ້ກະກຽມທຸກເງື່ອນໄຂໃນການຕ້ອນຮັບນັກທ່ອງທ່ຽວ ເຮັດໃຫ້ເຂົາເຈົ້າມີຄວາມປະທັບໃຈ ເມື່ອກັບໄປແລ້ວໃຫ້ຢາກກັບຄືນມາທ່ອງທ່ຽວປະເທດລາວຕື່ມໃນນັ້ນ ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ແມ່ນພາກສ່ວນໜຶ່ງທີ່ສຳຄັນໃນການສ້າງຄວາມປະທັບໃຈໃຫ້ແຂກຄົນທີ່ເຂົ້າມາທ່ຽວລາວ ໄດ້ພັກຜ່ອນ ແລະ ກິນອາຫານຢ່າງທີ່ເປັນທໍາ.
ທ່ານ ປະກາສິດ ຈັນທະປັນຍາ ປະທານ ສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ເວົ້າກ່ຽວກັບເລື່ອງນີ້ວ່າ: ເພື່ອຕ້ອນຮັບນັກທ່ອງທ່ຽວ ໂດຍສະເພາະ ນັກທ່ອງທ່ຍວຈີນ ທີ່ອາດວ່າຈະເຂົ້າມາທ່ອງລາວໂດຍສະເພາະຢູ່ນະຄອນຫຼວງວຽງຈັນ, ທາງສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ແມ່ນມີຄວາມພ້ອມຫຼາຍດ້ານ ທັງທີ່ພັກເຊົາ ທັງອາຫານການກິນໃຫ້ຢູ່ໃນລະດັບດີແລະເປັນທີ່ປະທັບໃຈຂອງແຂກຄົນ, ແຕ່ບັນຫາຕັດສິນຍັງແມ່ນບຸກຄະລາກອນທີ່ມີລະດັບຄວາມຮູ້ຄວາມສາມາດເພາະວ່າ ໃນໄລຍະການລະບາດຂອງພະຍາດ COVID-19ຜ່ານມານັ້ນ ມີຫຼາຍຫົວໜ່ວຍໂຮງແຮມ ແລະຮ້ານອາຫານໄດ້ປິດລົງ,ບາງບ່ອນກໍປັບປຸງແລະບາງບ່ອນກໍຍັງດຳເນີນຢູ່,ພາຍຫຼັງລັດຖະບານໄດ້ເປີດປະ ເທດໃນີ 2022 ເຮັດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວເປັນຈຳນວນຫຼາຍ ເຫັນໄດ້ວ່າທາງເຮົາຍັງຂາດບຸກຄະລາກອນທີ່ຈະມາບໍລິການຮັບແຂກ ຍ້ອນວ່າຜູ້ທີ່ເຄີຍເຮັດວຽກນີ້ກໍ່ໄປກອບອາຊີບອື່ນ ແລະໄປເຮັດວຽກຢູ່ບ່ອນໃໝ່ແລ້ວ,ເຮັດໃຫ້ຂາດບຸກຄະລາກອນເປັນຈຳນວຫຼາຍ.
ເພື່ອຕ້ອນຮັບ ແລະ ໃຫ້ການບໍລິການແຂກຄົນກໍ່ຄືນັກທ່ອງທ່ຽວທີ່ຄາດວ່າຈະເຂົ້າມາທ່ຽວລາວໃນປີ2024 ເປັນຈຳນວນຫຼາຍ, ບັນດາໂຮງແຮມແລະ ຮ້ານອາຫານໃນນະຄອນຫຼວງວຽງຈັນຕ່າງກໍ່ມີຄວາມສົນໃຈຍົກລະດັບວຽກງານວິຊາສະເພາະໃຫ້ບຸກຄະລາກອນຂອງຕົນເປັນຕົ້ນ ແມ່ນການເສີບ ຫຼື ຂະແໜງການສ່ວນໜ້າ ແລະ ຂະແໜງການອື່ນໆ ໄດ້ສະເໜີໃຫ້ທາງສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ໄປຈັດຕັ້ງຝຶກອົບຮົມໃຫ້ເພື່ອຍົກສູງຄຸນນະພາບຂອງວຽກງານແຕ່ລະດ້ານຂອງໂຮງແຮມ ແລະ ຮ້ານອາຫານ, ເພື່ອກະກຽມຕ້ອນຮັບນັກທ່ອງທ່ຽວທີ່ຄາດວ່າໃນປີ2024ຈະມີຈຳນວນຫຼວງຫຼາຍ, ລວມທັງນັກທ່ອງທ່ຽວຈາກ ສປ ຈີນ, ຊຶ່ງຫຼາຍບ່ອນຍັງຂາດບຸກຄະລາກອນທີ່ໄດ້ພາສາຈີນ. ດັ່ງນັ້ນຈຶ່ງຢາກລະດົມ ໃຫ້ບັນດາໂຮງແຮມແລະຮ້ານອາຫານຄວນມີບຸກຄະ ລາກອນ ຫຼື ຄົນເທີ່ເວົ້າພາສາຈີນ ເພື່ອຕ້ອນຮັບບັນດານັກທ່ອງທ່ຽວຢູ່ໃນຂະແໜງ ຕ່າງໆ,ນີ້ກໍ່ເປັນໂອກາດດີໃຫ້ຜູ້ທີ່ກຳລັງຊອກວຽກເຮັດງານທຳໄດ້ສະໝັກເຂົ້າຮ່ວມພິສູດຕົນເອງ,
ປະທານສະມາຄົມໂຮງແຮມ ແລະ ຮ້ານອາຫານລາວເວົ້້າຕື່ມວ່າ: ຜ່ານມາສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ຮ່ວມກັບກົມພັດທະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວໄດ້ລົງຈັດອັນດັບດາວດອກຈຳປາ ໃຫ້ບັນດາໂຮງແຮມ ແລະ ຮ້ານອາຫານ, ລົງຮອດຮ້ານນວດ (ສະປາ) ເພື່ອໃຫ້ແຂກຕ່າງປະເທດຮູ້ເລີຍວ່າໂຮງແຮມນີ້,ຮ້ານອາຫານນັ້ນໄດ້ມາດຕະຖານແນວໃດ, ສ່ວນຄ່າບໍລິການກໍ່ເຫັນວ່າຜູ້ປະກອບການຈະຮູ້ດີວ່າຄວນເກັບແນວໃດເຂົາເຈົ້າຫາກປັບເຂົ້າຫາກັນເອງໄປໃນຕົວ ແຕ່ກໍ່ຢູ່ບົນພື້ນຖານຕ່າງກໍ່ຮັບໄດ້ ແລະ ຕ່າງຝ່າຍຕ່າງມີຜົນ,
ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວລາວໃນປີ 2024 ໄດ້ຕາມຄາດໝາຍ,ອັນສຳຄັນທີ່ຄວນເອົາໃຈໃສ່ຕົ້ນຕໍກໍ່ແມ່ນເລື່ອງຄວາມສະຫງົບປອດໄພ,ລາຄາສິນຄ້າ ໃຫ້ມີຄວາມຍຸຕິທຳບໍ່ຄວນເລືອກທີ່ຮັກລັກທີ່ຊັງ, ບໍ່ເອົາປຽບຄົນໄກໄທທາງອື່ນ ບໍ່ຄວນຂຶ້ນລາຄາຕາມລຳພັງໃຈຂອງຕົນ, ຕາມໂຮງ ແຮມ ແລະ ຮ້ານອາຫານ ຄວນແຈ້ງລາຄາທີ່ພັກ ແລະ ລາຍການອາຫານ ຕໍ່ສັງຄົມຢ່າງເປີດເຜີຍ,ຍຸຕິທຳ, ຄົນລາວເປັນຄົນທີ່ມີນ້ຳໃຈໄມຕຼີຈິດມິດຕະພາບ ໂອບເອື້ອອາລີ ຕໍ່ອາຄັນຕຸກະ ແຂກຄົນທີ່ມາຢ້ຽມຢາມ ກິລິຍາມາລະຍາດອັນນອບນ້ອມຖ່ອມຕົວຮອຍຍິ້ມທີ່ອ່ອນຫວານຍ່ອມເປັນມົນສະເໜ່ດຶງດູດເອົານັກທ່ອງທ່ຽວໃຫ້ເຂົ້າມາທ່ຽວລາວໃຫ້ຫຫຼາຍແລະໄດ້ຕາມແຜນການຢ່າງແນ່ນອນ

