UN ເຕືອນປາກົດການເອວນີໂຍໄດ້ເລີ່ມຂຶ້ນແລ້ວ ທົ່ວໂລກກຽມຮັບມືກັບສະພາບອາກາດຮ້ອນທີ່ສຸດ

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເຈນີວາ ປະເທດສະວິດເຊີແລນ ວັນທີ 5 ກໍລະກົດ 2023 ນີ້, ອົງການອຸຕຸນິຍົມວິທະຍາໂລກ ປະກາດວ່າ: ປາກົດການເອວນີໂຍ ເກີດຂຶ້ນແລ້ວ ແລະ ມີໂອກາດ 90% ຈະດຳເນີນໄປໃນຕໍ່ໜ້າ.
ທ່ານ ເພດເຕີຣີ່ ທາລາສ ເລຂາທິການ ອົງການອຸຕຸນິຍົມວິທະຍາ ກ່າວວ່າ: “ປາກົດການເອວນີໂຍ ຈະເພີ່ມຄວາມເປັນໄປໄດ້ ໃນການເຮັດໃຫ້ອຸນຫະພູມຮ້ອນສູງເປັນປະຫວັດສາດ ແລະ ເກີດຄວາມຮ້ອນຮຸນແຮງຍິ່ງຂຶ້ນໃນພື້ນທີ່ຫລາຍສ່ວນຂອງໂລກລວມເຖິງໃນມະຫາສະໝຸດ, ເຊິ່ງການປະກາດດັ່ງກ່າວເປັນການສົ່ງສັນຍານໃຫ້ທົ່ວໂລກກຽມກາມ ແລະ ດຳເນີນການລ່ວງໜ້າໃນການຮັບມືກັບເຫດການສະພາບອາກາດສຸດຂົ້ວເພື່ອກຳຈັດຜົນກະທົບຕໍ່ສຸຂະພາບ, ລະບົບນິເວດ ແລະ ເສດຖະກິດ”
ນອກນັ້ນທ່ານ ວິວຟານ ມູຟູມາ ໂອເດຍ ຫົວໜ້າຝ່າຍບໍລິຫານພະຍາກອນອາກາດ ກ່າວວ່າ: ໃນໄລຍະ 6 ເດືອນຕໍ່ຈາກນີ້ ມີໂອກາດພຽງ 10% ເທົ່ານັ້ນ ທີ່ເອວນີໂຍຈະອ່ອນກຳລັງລົງ ນັ້ນໝາຍວ່າ ປາກົດການລານີຍາຈະບໍ່ເກີດຂຶ້ນໃນປີນີ້, ສຳລັບປາກົດການລານີຍາເປັນປາກົດການທີ່ເຮັດໃຫ້ອຸນຫະພູມນ້ຳໃນມະຫາສະໝຸດເພີ່ມຂຶ້ນ.
ດ້ານນາງ ມາເຣຍ ເນຍຣາ ຜູ້ອຳນວນການດ້ານສິ່ງແວດລ້ອມ ກ່າວເຕືອນວ່າ: ໃນຫລາຍປະເທດທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດຈາກປາກົດການເອວນີໂຍ ເປັນຕົ້ນ ຄວາມຮ້ອນສູງ, ໄຟປ່າ ແລະ ຄວາມບໍ່ໝັ້ນຄົງທາງອາຫານ ທີ່ນຳໄປສູ່ການຂາດອາຫານຮຸນແຮງ, ນອກນັ້ນຕ້ອງເຝົ້າຕິດຕາມເປັນພິເສດຂອງພະຍາດອະຫິວາ, ໄຂ້ຍຸງ ແລະ ຕິດເຊື້ອຕ່າງໆ.

