6 ເດືອນຕົ້ນປີ 2023 ຄ້າຍຄຸມຂັງບັງລຽງ ທຳການຜະລິດສ້າງລາຍຮັບເຂົ້າກົມກອງຫລາຍກວ່າ 600 ລ້ານກີບ
ທ່ານ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ພ້ອມຄະນະລົງຊຸກຍູ້ຢ້ຽມຢາມຢູ່ຄ້າຍຄຸມຂັງບັງລຽງ ໃນວັນທີ 28 ມິຖຸນາ 2023. ໂອກາດດັ່ງກ່າວ, ທ່ານ ພັທ ສີລາວົງ ອິນທະປາສິດ ຫົວໜ້າຄ້າຍຄຸມຂັງບັງລຽງ ໄດ້ລາຍງານຫຍໍ້ກ່ຽວກັບການເຄື່ອນ ໄຫວວຽກງານຂອງຄ້າຍຄຸມຂັງໃນໄລຍະ 6 ເດືອນຕົ້ນປີວ່າ: ໃນໄລຍະຜ່ານມາ, ຄະນະບັນຊາກົມຕຳຫຼວດຄຸມຂັງ-ດັດສ້າງ ໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຕໍ່ວຽກງານວິຊາສະເພາະ, ໂດຍສະເພາະແມ່ນການຊີ້ນຳ-ນຳພາ ການເຄື່ອນຍ້າຍນັກໂທດຈາກບັນດາ 4 ແຂວງພາກໃຕ້ມາປະຕິບັດໂທດຢູ່ຄ້າຍຄຸມຂັງບັງລຽງ ມີຄວາມປອດໄພ 100%.
ນອກຈາກນີ້, ຄະນະຄ້າຍກໍໄດ້ລົງເລິກຊີ້ນຳ, ກະຕຸກຊຸກຍູ້, ອຳນວຍຄວາມສະດວກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງ ເຕັມສ່ວນ ຈັດຕັ້ງປະຕິບັດວຽກງານຄຸມຂັງຮັບປະກັນຄວາມສະຫງົບ-ປອດໄພໄດ້ໂດຍພື້ນຖານ; ນອກນີ້, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ແກ່ພະນັກງານ-ນັກຮົບເປັນປົກກະຕິ, ຈັດຕັ້ງເຊື່ອມຊຶມມະຕິ, ຄຳສັ່ງ, ຄຳແນະນຳ, ຂໍ້ກຳນົດກົດລະບຽບຕ່າງໆຂອງກຳລັງປ້ອງກັນ ຄວາມສະຫງົບ ກໍຄືກຳລັງຕຳຫຼວດຄຸມຂັງຂອງພວກເຮົາເຮັດໃຫ້ພະນັກງານມີແນວຄິດການເມືອງໜັກແໜ້ນ, ກຳແໜ້ນວິຊາສະເພາະ ແລະ ເຮັດສຳເລັດໜ້າທີ່ຕາມການມອບໝາຍ.
ຄຽງຄູ່ກັນນີ້, ຍັງໄດ້ເອົາໃຈໃສ່ໃນການປ້ອງກັນເວນຍາມ ແລຫ້ອງຂັງ, ກວດກາເຄື່ອງຂອງຝາກ ຈາກຍາດພີ່ນ້ອງຂອງນັກໂທດຢ່າງເຂັ້ມງວດ ແລະ ເອົາໃຈໃສ່ຈັດຕັ້ງຝຶກວິຊາຊີບໃຫ້ແກ່ນັກໂທດດ້ວຍ ການອອກແຮງງານທຳການຜະລິດ ເພື່ອແກ້ໄຂຊີວິດການເປັນຢູ່ ແລະ ສ້າງລາຍຮັບເຂົ້າງົບປະມານ ເປັນຕົ້ນແມ່ນການປູກຝັງ, ເຮັດຫັດຖະກຳຈັກສານ, ພ້ອມນັ້ນ ກໍໄດ້ຮ່ວມ ມືກັບໂຮງງານ, ບັນດາ ບໍລິສັດຕ່າງໆ ເພື່ອທຳການຜະລິດສາມາດສ້າງລາຍຮັບເຂົ້າ ກົມກອງເປັນເງິນທັງໝົດ ຈຳນວນ 600.129.118 ກີບ.ວຽກງານວິຊາສະເພາະ ເປັນຕົ້ນ ແມ່ນວຽກງານປ້ອງກັນເວນຍາມ, ວຽກງານສຶກສາອົບຮົມນັກໂທດ, ວຽກງານທໍາການຜະລິດ ແລະອື່ນໆ; ທີ່ສໍາຄັນບັນດາທ່ານຕ້ອງເອົາໃຈໃສ່ຢ່າງເຂັ້ມງວດກ່ຽວກັບການປ້ອງກັນນັກໂທດ, ປ້ອງກັນເວັນຍາມຄ້າຍເພື່ອຮັບປະກັນບໍ່ໃຫ້ນັກໂທດແຫກຄຸກໂຕນໜີ.

