ຄວາມໝາຍກອງປະຊຸມສະພາແຫ່ງຊາດ

 

ກອງປະຊຸມສະພາມີ 3 ປະເພດ
– ກອງປະຊຸມຄັ້ງປະຖົມມະລືກ
– ກອງປະຊຸມສະໄໝສາມັນ
– ກອງປະຊຸມສະໄໝວິສາມັນ

+ ກອງປະຊຸມຄັ້ງປະຖົມມະລຶກ ທັງແມ່ນກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດແຕ່ລະຊຸດທີ່ໄດ້ຮັບການເລືອກຕັ້ງໃໝ່.
+ ກອງປະຊຸມສະໄໝສາມັນ ແມ່ນກອງປະຊຸມປົກກະຕິຂອງສະພາແຫ່ງຊາດ ເຊິ່ງເປີດຂຶ້ນປີລະ 2 ເທື່ອ
– ເທື່ອທີ 1 ສະຫລຸບ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ
– ເທື່ອທີ 2 ສະຫລຸບ 6 ເດືອນທ້າຍປີ ແລະ ວາງທິດທາງແຜນການ 6 ເດືອນຕົ້ນປີ

+ ກອງປະຊຸມສະໄໝວິສາມັນ ແມ່ນສະພາແຫ່ງຊາດຈະເປີດກອງປະຊຸມສະໄໝວິສາມັນກໍໄດ້ໃນລະຫວ່າງສອງກອງປະຊຸມສະພາສາມັນເພື່ອພິຈາລະນາຕົກລົງບັນຫາທີ່ສໍາຄັນ ແລະ ຈໍາເປັນ ຕາມການຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ ຫລື ຕາມການສະເໜີຂອງປະທານປະເທດ, ນາຍົກລັດຖະມົນຕີ ຫລື ສະມາຊິກສະພາແຫ່ງຊາດຢ່າງໜ້ອຍໜຶ່ງສ່ວນສີ່ຂອງຈໍານວນສະມາຊິກທັງໝົດ.

(ກອງປະຊຸມສະພາຈະເປີດຂຶ້ນໄດ້ກໍຕໍ່ເມື່ອມີສະມາຊິກສະພາແຫ່ງຊາດເຂົ້າຮ່ວມຫລາຍກວ່າເຄິ່ງໜຶ່ງຂອງຈໍານວນສະມາຊິກສະພາແຫ່ງຊາດທັງໝົດ)