ກຣີນວູດ ປັບສະພາບກຽມຄວາມພ້ອມ ກັບມາລົງໜາມ ຫລັງຕົກເປັນຂ່າວຍ້າຍ ໄປຮ່ວມທີມ ໂຣມ່າ ແບບຢືມໂຕ

ກອງໜ້າໄວ 21 ປີ ບໍ່ໄດ້ລົງຫລິ້ນໃຫ້ກັບ ຜີສາດແດງ ຕັ້ງແຕ່ເດືອນມັງກອນ ປີ 2022 ຫລັງຈາກມີຄະດີວ່າພະຍາຍາມຂົ່ມຂືນ, ພະຍາຍາມທຳຮ້າຍຮ່າງກາຍ. ແລະ ພຶດຕິກໍາການບີບບັງຄັບແຟນຂອງຕົນເອງ ກ່ອນ​ທີ່ຂໍ້​ກ່າວ​ຫາ​ທັງ​ໝົດ​ຈະຖືກ​ຖອນຟ້ອງໄປ​ໃນ​ເດືອນ​ກຸມພາ​ທີ່ຜ່ານມາ.

ຢ່າງໃດກໍຕາມ, ກຣີນວູດ ຍັງບໍ່ໄດ້ກັບຄືນສູ່ຜີສາດແດງ ເຖິງ​ແມ່ນ​ວ່າ​ຈະ​ພົ້ນ​ຈາກ​ການ​ກ່າວ​ຫາ​ທັງ​ຫມົດ​.

ມີແນວໂນ້ມວ່າ ເອຣິກ ເທນຮາກ ບໍ່ຕ້ອງການຂາຍນັກເຕະອອກຈາກທີມ. ແຕ່ອາດເລືອກທີ່ຈະປ່ອຍຢືມຕົວໃນລະດູຮ້ອນນີ້, ໂດຍມີ ໂຈເຊ ມູຣິນໂຢ ຈັບຕາເບິ່ງຢ່າງໃກ້ຊິດ.

ຮູບພາບຫລ້າສຸດຈາກ The Sun, ກຣີນວູດ ທີ່ລົງຝຶກກັບຄູຝຶກສອນສ່ວນໂຕເພື່ອກະກຽມຮ່າງກາຍ. ໄດ້ຕັດຜົມ ແລະ ປ່ຽນໂສມໃໝ່ ເປັນສັນຍານວ່າລາວອາດຈະກັບຄືນສູ່ສະຫນາມໃນໄວໆນີ້.