ເຮືອບິນຝຶກຊ້ອມ 2 ລຳ ຕຳກັນກາງອາກາດ ກ່ອນຈະຕົກລົງສູ່ພື້ນດິນ ເຮັດໃຫ້ນັກບິນເສຍຊີວິດ 2 ຄົນ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 1 ກໍລະກົດ 2023 ຜ່ານມາ, ເກີດເຫດສະເທືອນໃຈໃນປະເທດໂຄລອມເບຍ ຫລັງເຮືອບິນ 2 ລຳ ຂອງກອງທັບອາກາດໂຄລອມເບຍ ປະສົບອຸບັດເຫດ ຕຳກັນກາງອາກາດ ກ່ອນທີ່ເຮືອບິນລຳໜຶ່ງຕົກລົງມາໃສ່ພື້ນດິນ ເຮັດໃຫ້ນັກບິນເສຍຊີວິດ 2 ຄົນ.
ດ້ານສື່່ທ້ອງຖິ່ນໂຄລອມເບຍລະບຸວ່າ: ຈາກທີ່່ເບິ່່ງຄລິບເຫດການມີເຮືອບິນ 5 ລຳ ທີ່ກຳລັງຝຶກຊ້ອມ ຕໍ່ມາມີເຮືອບິນລຳໜຶ່່ງບິນໄປຕຳອີກລຳໜຶ່ງຢ່າງແຮງ ຈົນເກີດລະເບີດກາງອາກາດ ແລະ ມີແປວໄຟລຸກໄໝ້ ແລ້ວຕົກລົງຢູ່ພື້ນ.