ປກສ ເມືອງພີນ ກັກຕົວຜູ້ຂາຍນ້ຳກະທ່ອມ 6 ຄົນ ພ້ອມຂອງກາງ

ວັນທີ 3 ກໍລະກົດ 2023 ນີ້, ທ່ານ ພັທ ສົມພົງ ໄຊຍະສີ ຮອງຫົວໜ້າ ກອງບັນຊາການ ປກສ ເມືອງພິນ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 9 ມີຖຸນາ 2023 ຜ່ານມາ, ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງພີນ, ໄດ້ ກັກຕົວ ການມົ້ວສຸມຄ້າ-ຂາຍໃບ,ນ້ຳກະທ່ອມ ຈຳນວນ 6 ຄົນ ຄື:
ທ້າວ ຄົກ ອາຍຸ 24 ປີ, ນາງ ວິດາວັນ ອາຍຸ 21 ປີ, ນາງ ຟ້າໃສ ອາຍຸ 15 ປີ, ທ້າວ ຈ້ອດ ອາຍຸ 19 ປີ, ທ້າວ ຕິກນ້ອຍ ອາຍຸ 20 ປີ ແລະ ທ້າວ ອ້າຍ ອາຍຸ 22 ປີ. ທັງ 6ຄົນ ແມ່ນ ຢູ່ບ້ານ ສີບຸນເຮືອງ ເມືອງ ພີນ ແຂວງ ສະຫວັນນະເຂດ, ພ້ອມຂອງກາງ ໃບກະທ້ອມ ຈຳນວນ 16,5 ກິໂລ, ນໍ້າກະທອມ ຈໍານວນ 93 ຕຸກ, ນໍ້າຢາດາທິຊີນ 90 ແກ້ວ, ນໍ້າຕານສົດ 24 ແກ້ວ, ໝໍ້ຕົ້ມນໍ້າກະທ່ອມ ຈໍານວນ 06 ໜ່ວຍ, ນ໋ອດ ( ຢາສູບໄຟຟ້າ ) 12 ອັນ, ຕໍ່ກັບຄະດີດັ່ງກ່າວແມ່ນ ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

