FIFA ເລີ່ມໃຊ້ກົດລ້ຳໜ້າໃຫມ່ ຕ້ອງລ້ຳໝົດຮ່າງ​ກາຍ​ຈຶ່ງຈະ​ຍົກ​ທຸງ​

ສື່ຕ່າງປະເທດລາຍງານວ່າ FIFA ໄດ້ອະນຸມັດໃຫ້ໃຊ້ກົດລະບຽບລ້ຳໜ້າແບບໃຫມ່. ໂດຍຝ່າຍບຸກຕ້ອງສູງກວ່າຝ່າຍຮັບໝົດທັ້ງໂຕຈຶ່ງຈະເປັນການລ້ຳໜ້າ, ກຽມເລີ່ມໃຊ້ທີ່​ ເນເທີແລນ, ສວີເດນ ແລະ ອີຕາລີ ກ່ອນອັນດັບທຳອິດ.

ດັ່ງນັ້ນໃນກົດໃຫມ່ນີ້ ຜູ້ຫລິ້ນຝ່າຍບຸກ​ ທີ່ຢູ່ເຫນືອຝ່າຍຮັບທັງຫມົດ (ທຸກສ່ວນຂອງຮ່າງກາຍ) ຈະຖືວ່າເປັນລ້ຳໜ້າ ແຕ່ຖ້າມີສ່ວນໃດໜຶ່ງຂອງຮ່າງກາຍຢູ່ໃນລະດັບດຽວກັນກັບຄົນສຸດທ້າຍ ກໍ່ຈະຖືວ່າບໍ່ລ້ຳໜ້າ.