ກຽມຮັບມື!! ທົ່ວທຸກພາກຈະມີລົມພັດແຮງ ແລະ ຝົນຕົກໜັກ ສຳລັບນະຄອນຫລວງມີເນື້ອທີ່ປົກຫຸ້ມຂອງຝົນ 80%

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານພະຍາກອນອາກາດປະຈຳ ວັນທີ 3 ກໍລະກົດ 2023 ວ່າ: ບໍລິເວນຄວາມກົດດັນອາກາດຕໍ່າໄດ້ປົກຄຸມທົ່ວທຸກພາກຂອງປະເທດລາວ ແລະ ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມເຂດດ້ວຍກໍາລັງອ່ອນ ຫາ ປານກາງ ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍໃນແຕ່ລະພາກ ແລະ ມີຝົນຕົກ ປານກາງ ຫາ ໜັກພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກ ແລະ ພາກກາງ.
ພາກເໜືອດ້ານຕາເວັນອອກ: (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ) ເຝື້ອປົກຄຸມເປັນສ່ວນຫລາຍ ແລະ ມີຝົນຕົກ ຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າ 40 ເປີເຊັນຂອງພາກ. ອຸນຫະພູມໃນລະຫວ່າງ 20-32 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງ ຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ມີເຝື້ອປົກ ຄຸມເປັນສ່ວນຫລາຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນແຂວງ ຫລວງພະບາງ ແລະ ໄຊຍະບູລີ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 23-34 ອົງສາ.
ນະຄອນຫລວງວຽງຈັນ: ມີເຝື້ອປົກຄຸມເປັນສ່ວນຫລາຍ ແລະ ມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກ ປານກາງຫາໜັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າ 80%ອຸນຫະພູມໃນລະຫວ່າງ 24–32 ອົງສາ.
ພາກກາງ (ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ມີເຝື້ອປົກຄຸມເປັນສ່ວນຫລາຍ ແລະ ມີຝົນຕົກ ຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຫາໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງວຽງຈັນ ແລະ ບໍລິຄໍາໄຊ ຫລື ເນືອທີ່ປົກຫຸ້ມຂອງຝົນເທົ່າກັບ 80% ຂອງພາກ. ອຸນຫະພູມໃນລະຫວ່າງ 23–32 ອົງສາ.
ແຂວງໄຊສົມບູນ: ຈະມີຝົນຕົກໃນລະດັບປານກາງ ຫາ ໜັກ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 80%. ອຸນຫະພູມໃນລະຫວ່າງ 19–29 ອົງສາ.
ພາກໃຕ້ (ແຂວງ ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ມີເຝື້ອປົກຄຸມເປັນສ່ວນຫລາຍ ແລະ ມີຝົນຕົກຟ້າຮ້ອງຟ້າ ເຫລື້ອມໃນລະດັບຄ່ອຍ ຫາ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ ເປີເຊັນ ຂອງພາກ. ອຸນຫະພູມໃນລະຫວ່າງ 23–34 ອົງສາ.
ສໍາລັບ ເຂດພູພຽງບໍລະເວນ: ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 17–26 ອົງສາ.

