ແຂວງບໍ່ແກ້ວທຳລາຍສິນຄ້າປອມແປງ ສິນຄ້າລອກຮຽນແບບ ແລະ ສິນຄ້າເສື່ອມຄຸນ ຫລາຍກວ່າ 100 ລາຍການ

ວັນທີ 30 ມິຖຸນາ 2023 ຜ່ານມາ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍ່ແກ້ວ ສົມທົບຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ ທໍາລາຍສິນຄ້າປອມແປງ, ສິນຄ້າລອກຮຽນແບບ, ສິນຄ້າເສື່ອມຄຸນ ແລະ ສິນຄ້າຫ້າມຈໍາໜ່າຍ ຢູ່ພາຍໃນ ສປປ ລາວ ຈໍານວນ 102 ລາຍການ ເປັນຕົ້ນແມ່ນສິນຄ້າໝວດສະບຽງອາຫານ, ເຄື່ອງສໍາອາງ ແລະ ຜະລິດຕະພັນຢາສູບນອກລະບົບ ລວມເປັນມູນຄ່າ 41.011.000 ກີບ.

