ເລັສເຕີ້ ຊິຕີ້ ກັບມາໃຊ້ King Power ເປັນຜູ້ສະໜັບສະໜູນຢູ່ເສື້ອ ອີກຄັ້ງໃນຮອບສອງປີ

ເລ​ສ​ເຕີ້ ຊິ​ຕີ້ ປະກາດຢືນຢັນ​ວ່າ​ຈະກັບມາ​ໃຊ້ King Power ​ເປັນ​ຜູ້​ສະໜັບສະໜຸນ​ຢູ່ເສື້ອ​ອີກ​ຄັ້ງ. ຫລັງຈາກປ່ຽນໄປເປັນ FBS ນາຍຫນ້າຊື້ຂາຍລະຫວ່າງປະເທດ ເປັນຜູ້ສະໜັບສະໜູນເສື້ອແຂ່ງໃນປີ 2021.

ໂດຍ King Power, ບໍລິສັດທຸລະກິດຮ້ານຄ້າປອດພາສີຂອງໄທ ທີ່ເຂົ້າມາຄອບຄອງສະໂມສອນ ເລັສເຕີ້ ຊິຕີ້ ໃນປີ 2010 ແລະ ເປັນຜູ້ສະຫນັບສະຫນູນເສື້ອຂອງທີມ “ຈິ້ງຈອກ” ຕັ້ງແຕ່ປີ 2010-2021.