ແຂວງອັດຕະປື ເປີດຂາຍຊອງປະມູນຊື້ໄມ້ທີ່ຢຶດໄດ້ ໃນລາຄາ 1.000.000 ກີບ ຕໍ່ຊອງປະມູນ

ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື (ຄະນະກໍາມະການປະມູນຊື້-ຂາຍໄມ້ຂັ້ນແຂວງ) ໄດ້ອອກແຈ້ງການ ສະບັບເລກ ທີ 24/ອຄ.ອປ, ລົງວັນທີ 22 ມິຖຸນາ 2023 ເຊີນ ຜູ້ທີ່ມີເງື່ອນໄຂເຂົ້າຮ່ວມປະມູນຊື້ໄມ້ທີ່ແຂວງຢຶດໄດ້ໃນໄລຍະຜ່ານມາ, ໄມ້ທີ່ຈະປະມູນຂາຍມີທັງໝົດ 11 ບັນຊີ ເທົ່າກັບ 860 ຕັບ/ໂຕ, ບໍລິມາດ: 69.064 ແມັດກ້ອນ. ໃນລາຄາ 1.000.000 ກີບ ຕໍ່ຊອງປະມູນ, ເງື່ອນໄຂຜູ້ເຂົ້າຮ່ວມປະມູນຊື້ໄມ້ຢຶດຂອງແຂວງ: ຕ້ອງແມ່ນ ຜູ້ທີ່ມີໂຮງງານປຸງແຕ່ງໄມ້, ໂຮງເຟີນີເຈີປຸງແຕ່ງໄມ້ ທີ່ມີທະບຽນຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ ຢູ່ພາຍໃນແຂວງ ແລະ ຕ່າງແຂວງ ທີ່ຍັງດໍາເນີນກິດຈະການຢູ່; ຜູ້ທີ່ມີສິດເຂົ້າຮ່ວມປະມູນ ຕ້ອງແມ່ນຜູ້ອໍານວຍການ ຫລື ຕົວແທນ ບໍລິສັດ ຫລື ໂຮງງານປຸງແຕ່ງໄມ້ທີ່ຖືກມອບສິດ ຫລື ສາມາດຕັດສິນບັນຫາໃນການປະມູນໄດ້. ໄລຍະການຂາຍຊອງປະມູນແຕ່ວັນທີ 22 ມິຖຸນາ ຫາ 5 ກໍລະກົດ 2023.ໃນໂມງລັດຖະການ ແລະ ມື້ເປີດຊອງປະມູນ ແມ່ນເວລາ 9:00 ໂມງເຊົ້າ ຂອງວັນທີ 6 ກໍລະກົດ 2023 ທີ່ ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື.
ສະນັ້ນ, ຜູ້ທີ່ໄດ້ເງື່ອນໄຂທີ່ມີຄວາມສົນໃຈສາມາດຕີິດຕໍ່ພົວພັນຊື້ແບບຟອມຊອງປະມູນໄດ້ທີ່ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື (ຂະແໜງການຄ້າຕ່າງປະເທດ) ໃນໂມງລັດຖະການ. ການກໍານົດວັນເວລາຂາຍຊອງປະມູນ ແມ່ນ 10 ວັນລັດຖະການ (ນັບແຕ່ວັນທີ 22 ມິຖຸນາ 2023 ຫາ 5 ກໍລະກົດ 2023), (ສໍາລັບຄ່າຊອງປະມູນນັ້ນແມ່ນຈະບໍ່ໄດ້ສົ່ງຄືນ).

