ປກສ ແຂວງວຽງຈັນ ມອບລົດຈັກທີ່ເກັບກູ້ມາໄດ້ຄືນເຈົ້າຂອງເດີມ

ວັນທີ 22 ມີຖຸນາ 2023 ຜ່ານມາ, ເຈົ້າໜ້າທີ່ພະແນກສຶບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ໄດ້ມອບລົດຈັກຄືນເຈົ້າຂອງເດີມ ເຊິ່ງລົດຄັນດັ່ງກ່າວແມ່ນລົດຂອງ ທ່ານ ສຸວັນທອນ ເດດສະດາຈັນ ອາຍຸ 63 ປີ ຢູ່ບ້ານແຈ້ງສະຫວ່າງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ຖືກຄົນບໍ່ດີລັກໄປໃນຊ່ວງເດືອນ ກໍລະກົດ 2022 ຜ່ານມາ ລົດທີ່ນຳມາມອບຄັ້ງນີ້ມີລົດເວບ 100 ສີຟ້າດໍາ ຈໍານວນ 1 ຄັນ ເຈົ້າໜ້າທີ່ຕໍາຫຼວດສາມາດຮິບໂຮມ ແລະ ເກັບກູ້ຄືນມາໄດ້ ແລ້ວມອບຄືນໃຫ້ເຈົ້າຂອງເດີມ.