ເຈົ້າເມືອງຫີນເຫີບ ຊີ້ແຈງບັນຫາກິ່ນເໝັນຈາກສວນກ້ວຍຫອມ ແລະ ໂຮງງານຢາງພາລາ ທີ່ສົ່ງກະທົບຕໍ່ປະຊາຊົນພາຍໃນເມືອງ

ຈາກກໍລະນີທີ່ມີຫາງສຽງຈົ່ມວ່າຈາກປະຊາຊົນຢູ່ພາຍໃນເມືອງຫີນເຫີບ, ແຂວງວຽງຈັນ ຍ້ອນໄດ້ຮັບຜົນກະທົບຈາກກິ່ນເໝັນຂອງສວນກ້ວຍຫອມ ແລະ ກິ່ນເໝັນ ໂຮງງານຢາງພາລາ ຂອງນັກລົງທຶນຕ່າງປະເທດທີ່ເຂົ້າໄປລົງທຶນຢູ່ພາຍໃນເມືອງ.
ຕໍ່ບັນຫານີ້, ທ່ານ ວອນ ວໍລະສານ ເຈົ້າເມືອງຫີນເຫີບ ໄດ້ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 22 ມິຖຸນາ 2023 ວ່າ: ສໍາລັບກິ່ນເໝັນຈາກສວນກ້ວຍທີ່ເກີດຂຶ້ນຈົນກາຍເປັນສຽງຈົ່ມວ່າຈາກປະຊາຊົນທີ່ຢູ່ໃກ້ແມ່ນຍ້ອນບໍລິສັດທີ່ລົງທຶນປູກກ້ວຍຫອມນໍາໃຊ້ປຸ໋ຍ ແລະ ຝຸ່ນແບບປະຖົມປະຖານ ໂດຍການນໍາເອົາສິ່ງເສດເຫລືອຈາກໂຮງງານຂ້າສັດແລ້ວເອົາມາບົດ, ພາຍຫລັງບົດແລ້ວໄດ້ເອົາຫຍ້າຝຣັ່ງ ແລະ ພືດຕ່າງໆ ທີ່ມີພາຍໃນເມືອງ ເປັນລັກສະນະຊາກພືດນໍາມາປະສົມເຂົ້າກັນແລ້ວຫຸ້ມຫໍ່ປະໄວ້ໂດຍມີແຜ່ນຜ້າປົກໄວ້ ເປັນເວລາ 7-10 ວັນ ແລ້ວເອົາຜ້າທີ່ປົກອອກເພື່ອເອົາຝຸ່ນໄປໃສ່ກ້ວຍທີ່ປູກ ຈຶ່ງເຮັດໃຫ້ມີກິ່ນເໝັນ ໂດຍສະເພາະຕອນກາງຄືນ. ໃນນີ້ ມີກິ່ນເໝັນຫລາຍກວ່າໝູ່ແມ່ນ ບ້ານຫີນເຫີບເໜືອ, ນາສັກ, ນາຕ້າຍ ແລະ ບ້ານນາຄຸ້ມ ເຊີ່ງເປັນບ້ານທີ່ຢູ່ພາຍໃນເທດສະບານເມືອງ.
ສະນັ້ນ, ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນອົງການປົກຄອງເມືອງ ໄດ້ສົ່ງພະນັກງານວິຊາການທີ່ກ່ຽວຂ້ອງໄປແນະນໍາໃຫ້ບັນດາບໍລິສັດຜູ້ລົງທຶນປູກກ້ວຍຫອມຈັດສັນສະຖານທີ່ບົ່ມຝຸ່ນແບບທໍາມະຊາດສະເພາະຢ່າງລະອຽດເຮັດໃຫ້ມາຮອດປັດຈຸບັນ ບັນຫາກິ່ນເໝັນຈາກສວນກ້ວຍຫອມພາຍໃນເມືອງນັບມື້ຫລຸດລົງແລ້ວ. ສ່ວນບັນຫາຢາງພາລາທີ່ສົ່ງກິ່ນເໝັນ ປັດຈຸບັນ ເມືອງຫີນເຫີບ ມີ 2 ບໍລິສັດໃຫຍ່ທີ່ໄດ້ສ້າງຕັ້ງໂຮງງານຢາງພາລາ 2 ແຫ່ງ (1 ແຫ່ງໄດ້ດໍາເນີນການຜະລິດມາແລ້ວ 6 ປີ ແລະ ອີກ 1 ແຫ່ງພວມຢູ່ໃນຂັ້ນຕອນກໍ່ສ້າງໂຮງງານ), ໃນນີ້ ທີ່ເຮັດໃຫ້ມີກິ່ນເໝັນແມ່ນໄລຍະການຂົນສົ່ງຢາງພາລາເຂົ້າຫາໂຮງງານ ເຊີ່ງອົງການປົກຄອງເມືອງໄດ້ປະສານກັບບໍລິສັດທີ່ກ່ຽວຂ້ອງເພື່ອຊອກຫາວິທີແກ້ໄຂໃຫ້ໄດ້ໂດຍໄວ.
ປັດຈຸບັນ ມີ 5 ບໍລິສັດທີ່ເຂົ້າມາລົງທຶນປູກກ້ວຍຫອມຢູ່ເມືອງຫີນເຫີບ, ມີເນື້ອທີ່ລວມທັງໝົດ 1.237 ເຮັກຕາ, ກວມເອົາ 10 ບ້ານ. ໃນການຄຸ້ມຄອງບໍລິສັດດັ່ງກ່າວ, ອົງການປົກຄອງເມືອງໄດ້ປະຕິບັດຕາມ 5 ມາດຕະການສໍາຄັນ, ເຊິ່ງໜຶ່ງໃນນັ້ນແມ່ນມາດຕະການທາງດ້ານສິ່ງແວດລ້ອມ ໂດຍໄດ້ຊີ້ນໍາໃຫ້ບໍລິສັດເອົາໃຈໃສ່ເກັບມ້ຽນບັນດາສິ່ງເສດເຫລືອໃຫ້ເປັນລະບຽບ ເປັນຕົ້ນແມ່ນ: ຖົງຢາງ, ເຄື່ອງຫຸ້ມຫໍ່, ສິ່ງວັດຖຸຈາກປຸ໋ຍ ແລະ ສິ່ງເສດເຫລືອຕ່າງໆ ບໍ່ໃຫ້ສົ່ງກິ່ນເໝັນໂດຍການສ້າງຂຸມຂີ້ເຫຍື່ອໄວ້ສະເພາະພາຍໃນສວນ, ນັບທັງສວນກ້ວຍ ແລະ ສວນຢາງພາລາ ຫລື ໂຮງງານຂອງຢາງພາລາ ໂດຍບໍ່ອະນຸຍາດໃຫ້ຖິ້ມຊະຊາຍ, ຈູດ ຫລື ເຜົາ, ພ້ອມນີ້ ແມ່ນຫ້າມບໍ່ໃຫ້ປ່ອຍນໍ້າເປື້ອນຈາກການລ້າງກ້ວຍ, ລວມເຖິງຈາກຫໍພັກຂອງກໍາມະກອນລົງສູ່ສາຍນໍ້າ ຫລື ເນື້ອທີ່ດິນຂອງປະຊາ ຊົນທີ່ຢູ່ໃກ້ຄຽງ. ນອກນີ້ ແມ່ນຫ້າມບໍ່ໃຫ້ໃຊ້ຢາເຄມີຂ້າຫຍ້າ ແລະ ຢາປາບສັດຕູພືດເກີນຂອບເຂດທີ່ກໍານົດ ແລະ ອື່ນໆ.

