ທຳລາຍປືນແກັບ 800 ກະບອກ ແລະ ສິ່ງຜິດກົດໝາຍອີກຫລາຍລາຍການ

ວັນທີ 21 ມິຖຸນາ 2023 ຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຊຽງເງິນ ແຂວງຫຼວງພະບາງ ຫ້ອງການອຸດສາຫະກຳ ແລະ ການຄ້າ ສົມທົບກັບ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຊຽງເງິນ ທຳລາຍສິ່ງຜິດກົດໝາຍ ສິນຄ້າໝົດອາຍຸ ແລະ ອາວຸດລ່າເນື້ອ.

ທ່ານ ພັທ ວັນນະສິດ ຄອນພະຈິດ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຊຽງເງິນ ໄດ້ລາຍງານສະພາບການກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດການທຳລາຍສິ່ງຜິດກົດໝາຍ, ອາວຸດລ່າເນື້ອ, ຢາເສບຕິດ ແລະ ສິນຄ້າໝົດອາຍຸ ທີ່ທາງເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບເມືອງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ຢຶດມາໄດ້ໃນນັ້ນປະກອບມີ: ອາວຸດລ່າເນືອ ( ປືນແກັບ ) 800 ກະບອກ, ຈັກຕັດໄມ້ ( ຈັກສະຕີ່ນ ) 4 ເຄື່ອງ, ອຸປະກອນນຳໃຊ້ເສບຢາເສບຕິດ ( ຢາຝິ່ນ ) 10 ຊຸດ, ສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນນະພາບ, ສິນຄ້າປ້ອມແປງ ແລະ ສິນຄ້າບໍ່ເສຍພາສີ ມີທັງໝົດ 49 ລາຍການ ລວມມູນຄ້າທັງໝົດ 10 ລ້ານ 4 ແສນກວ່າກີບ, ນອກຈາກນີ້ຍັງໄດ້ກວດພົບຊິງຊັງບໍ່ໄດ້ມາດຖານ 7 ໜ່ວຍ ເຊິ່ງການທຳລາຍໃນຄັ້ງນີ້ ແມ່ນເອົາລົງຂຸມຝັງດິນ.