ທີມເຕະບານນັກຮຽນຊາຍ ເມືອງໂພນທອງ ແລະ ທີມເຕະບານນັກຮຽນຍິງໂຮງຮຽນນານາຊາດ ສາມາດຄວ້າແຊ໋ມການແຂ່ງຂັນເຕະບານລະດັບນັກຮຽນມັດທະຍົມສຶກສາຕອນປາຍ ຊີງຂັນເຈົ້າແຂວງຈຳປາສັກ ປະຈຳປີ 2023 ໄປຄອງ ພ້ອມຮັບຂັນ 1 ໜ່ວຍ ແລະ ເງິນລາງວັນທີມລະ 8 ລ້ານກີບ.
ສະຫະພັນກິລາບານເຕະແຂວງຈຳປາສັກ ໄດ້ສຳເລັດການແຂ່ງຂັນກິລາເຕະບານລະດັບນັກຮຽນມັດທະຍົມສຶກສາຕອນປາຍ ຊາຍ-ຍິງ ຊີງຂັນທ່ານເຈົ້າແຂວງຈໍາປາສັກ ປະຈໍາປີ 2023 ເມື່ອບໍ່ດົນມານີ້ ທີ່ສະໜາມກິລາແຂວງຈຳປາສັກ, ຊຶ່ງລາຍການດັ່ງກ່າວ ແມ່ນໄດ້ດຳເນີນການມາຕັ້ງແຕ່ວັນທີ 3 ພຶດສະພາ 2023 ໃນນີ້ປະເພດທີມຊາຍ ມີ 8 ພາກສ່ວນ ຄື: ຫ້ອງການສຶກສາທິການ ແລະ ກິລາ ນະຄອນປາກເຊ,ຫ້ອງການສຶກສາທິການ ແລະ ກິລາ ເມືອງບາຈຽງຈະເລີນສຸກ, ເມືອງໂພນທອງ, ເມືອງຊະນະສົມບູນ,ໂຮງຮຽນນານາຊາດ, ໂຮງຮຽນ ມສ ໂພນທອງ, ບໍລິສັດ ຈໍາປາ ວໍຣິເອີ ແລະ ຟາຍເດ ຈາກເມືອງຈໍາປາສັກ. ຊຶ່ງການແຂ່ງຂັນໄດ້ແບ່ງອອກເປັນ 2 ກຸ່ມ ກຸ່ມລະ 4 ທີມ ແຂ່ງຂັນຄັດເລືອກເອົາທີມອັນດັບທີ 1-2 ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ຊີງຊະນະເລີດ ຕາມລຳດັບ.
ສ່ວນປະເພດທີມຍິງ ມີ 4 ທີມ ປະກອບມີ ຫ້ອງການສຶກສາທິການ ແລະ ກິລານະຄອນປາກເຊ,ເມືອງສຸຂຸມາ, ໂຮງຮຽນນານາຊາດ ແລະ ປາກເຊ ຊິຕີ. ຊຶ່ງການແຂ່ງຂັນແມ່ນແຂ່ງແບບພົບກັນໝົດແບບໄປກັບ ຄັດເອົາທີມທີ່ມີຄະແນນຫຼາຍສຸດເປັນທີມຊະນະເລີດ ແລະ ຮອງຊະນະເລີດ ຕາມລຳດັບ.
ຜ່ານການແຂ່ງຂັນເຕະບານຊາຍ ຜົນປະກົດວ່າ: ຊະນະເລີດ ເມືອງໂພນທອງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 8.000.000 ກີບ, ຮອງຊະນະເລີດ ໂຮງຮຽນມັດທະຍົມສົມບູນໂພນທອງ ໄດ້ຮັບເງິນລາງວັນ 4.000.000 ກີບ ແລະ ອັນດັບທີ 3 ໂຮງຮຽນນານາຊາດ ໄດ້ຮັບເງິນລາງວັນ 2.000.000 ກີບ. ຂະນະທີ່ ທ້າວ ກິດຕິພົງ ຊາບຸນເຮືອງ ນັກກິລາຈາກໂຮງຮຽນມັດທະຍົມສົມບູນໂພນທອງ ໄດ້ຮັບລາງວັນນັກກິລາຍິງປະຕູສູງສຸດ ຈໍານວນ 6 ປະຕູ ຮັບເງິນລາງວັນ 500.000 ກີບ.
ສຳລັບຜົນການແຂ່ງຂັນເຕະບານຍິງ ຊະນະເລີດ ໂຮງຮຽນນານາຊາດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 8.000.000 ກີບ, ຮອງຊະນະເລີດ ເມືອງສຸຂຸມາ ໄດ້ຮັບເງິນລາງວັນ 4.000.000 ກີບ, ອັນດັບທີ 3 ຫ້ອງການສຶກສາທິການ ແລະ ກິລານະຄອນປາກເຊ ໄດ້ຮັບເງິນລາງວັນ 2.000.000 ກີບ. ຂະນະທີ່ ນາງ ສຸກສະຫວັນ ພົມມະໄຊ ນັກກິລາຈາກໂຮງຮຽນນານາຊາດ ໄດ້ຮັບລາງວັນນັກກິລາຍິງປະຕູສູງສຸດ ຈໍານວນ 13 ປະຕູ ໄດ້ຮັບເງິນລາງວັນ 500.000 ກີບ.