ລັດຖະມົນຕີກະຊວງ ຖວທ ເນັ້ນ 7 ບັນຫາສຳຄັນ ທີ່ວິທະຍາໄລສິລະປະແຫ່ງຊາດ ຕ້ອງເອົາໃຈໃສ

ໃນພິທີການເປີດປ້າຍວິທະຍາໄລສິລະປະແຫ່ງຊາດຢ່າງເປັນທາງການໃນວັນທີ 16 ມິຖຸນາ 2023 ຜ່ານມາ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ໄດ້ເນັ້ນໜັກ 7 ບັນຫາເພື່ອໃຫ້ວິທະຍາໄລສິລະປະມີການຫັນປ່ຽນຢ່າງຕັ້ງໜ້າດັ່ງນີ້:
- ໃຫ້ຄະນະນໍາ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງ, ຄູ-ອາຈານເອົາໃຈໃສ່ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນໃຫ້ສອດຄ່ອງ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານປະຕິ ບັດຖືກຕ້ອງຕາມພາລະບົດບາດເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕາມການມອບໝາຍຂອງການຈັດຕັ້ງ.
- ປະສານສົມທົບກັບຄະນະປັບປຸງກົງຈັກການຈັດຕັ້ງ, ກົມຈັດຕັ້ງ-ພະນັກງານໃນການກວດກາຄືນການແບ່ງຄວາມຮັບຜິດຊອບ, ສັບຊ້ອນ, ຈັດວາງບຸກຄະລາກອນເຂົ້າໃນຕໍາແໜ່ງງານຕ່າງໆດ້ວຍຄວາມເໝາະສົມໃນແຕ່ລະຂົງເຂດວຽກງານ, ພ້ອມກັບນໍາພາການເຄື່ອນໄຫວວຽກງານພາຍໃນຂອງຕົນໃຫ້ດໍາເນີນໄປເປັນປົກກະຕິທັງບຸກບືນສູ້ຊົນຈັດຕັ້ງປະຕິບັດໜ້າທີ່ວຽກງານ ທີ່ຢູ່ໃນຂົງເຂດຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສໍາເລັດອັນໃໝ່ ແລະ ມີຄຸນນະພາບສູງ.
- ໃນຖານະທີ່ຍົກເປັນວິທະຍາໄລສິລະປະແຫ່ງຊາດໃໝ່ ຈົ່ງພາກັນຮີບຮ້ອນຄົ້ນຄວ້າການປັບປຸງບັນດານິຕິກໍາຄືນໃໝ່, ບັນດາຫຼັກສູດໃຫ້ສອດຄ່ອງກັບສະພາບປັດຈຸບັນ, ເປັນຕົ້ນການປັບປຸງພາລະບົດບາດການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຕົນໃຫ້ມີຄວາມສອດຄ່ອງກັບສະພາບໃນໄລຍະໃໝ່ເພື່ອເປັນບ່ອນອີງໃນການເຄື່ອນໄຫວວຽກງານໃຫ້ມີປະສິດທິພາບ ແລະ ໄດ້ຮັບຜົນສໍາເລັດສູງເທົ່າທີ່ຄວນ.
- ຕ້ອງເປັນເອກະພາບສູງນຳຄະນະພັກ-ຄະນະນໍາຂອງກະຊວງ ຖວທ ແລະ ປະຕິບັດບົນພື້ນຖານ ເປັນເຈົ້າການເຮັດວຽກງານສຶກສາອົບຮົມນຳພາແນວຄິດໃຫ້ພະນັກງານສະມາຊິກພັກ ໃນຂົງເຂດວຽກງານທີ່ຕົນຊີ້ນໍາ-ນໍາພາ, ເດັດດ່ຽວອັນໃດເປັນຜົນສຳເລັດທີ່ພ້ອມກັນຍາດມາໄດ້ ໃນການນຳພາຈັດຕັ້ງປະຕິບັດຜ່ານມາກໍໃຫ້ຍ້ອງຍໍ, ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ດີຂຶ້ນເລື້ອຍໆ, ອັນໃດຍັງອ່ອນ ແລະ ຄົງຄ້້າງຕ້ອງພ້ອມກັນເດັດດ່ຽວດັດແປງແກ້ໄຂໃຫ້ຕົກໄປ ເພື່ອພ້ອມກັນສືບຕໍ່ນຳພາພະນັກງານ ແລະ ສະມາຊິກພັກ ໃນຄວາມຮັບຜິດຊອບຕັ້ງໜ້າແຂ່ງຂັນກັນສ້າງຂະບວນການດ້ານຕ່າງໆກໍ່ໃຫ້ເກີດມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານເພື່ອພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຖວທ ໃຫ້ປະກົດຜົນເປັນຈິງ.
- ສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມ ໂດຍສະເພາະມູນເຊື້ອຄວາມສາມັກຄີເປັນເອກະພາບໃນຄະນະພັກ ແລະ ໃຫ້ການຮ່ວມມືສະໜັບສະໜູນ, ແລກປ່ຽນ, ຖ່າຍທອດບົດຮຽນຊຶ່ງກັນ ແລະ ກັນເປັນໃຈກາງນຳພາ-ຊີ້ນຳຮັບຜິດຊອບຕໍ່ໜ້າທີ່ການເມືອງອັນສູງສົ່ງ ສິ່ງສຳຄັນຕ້ອງເອົາໃຈໃສ່ປັບປຸງ ແລະ ປະຕິບັດລະບອບ, ແບບແຜນວິທີເຮັດວຽກທີ່ມີວິທະຍາສາດ, ປະຕິບັດລະບອບປະຊຸມປຶກສາຫາລືສ່ອງແສງລາຍງານເປັນປົກກະຕິຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຂົງເຂດທີ່ຕົນຮັບຜິດຊອບດ້ວຍຄວາມຮັບຜິດຊອບສູງ.


