ຢູຟ່າ ສັາງຫ້າມ ໂຈເຊ ມູຣິນໂຢ 4 ນັດ ກໍລະນີໃຊ້ຄຳຫຍາບກັບຜູ້ຕັດສິນ ແອນໂທນີ ເທເລີ ຫລັງນັດຊີງ ຢູໂຣປາ ລີກ

ຈາກກໍລະນີຂອງ ໂຈເຊ ມູຣິນໂຢ ຫົວໜ້າຄູຝືກທີມ ໂຣມ່າ ໄປດັກຖ້າ ແລະ ວິພາກວິຈານການຕັດສິນໃຈຂອງ ແອນໂທນີ ເທເລີ ຢູ່ບ່ອນຈອດລົດຂອງສະໜາມ Puskas Arena ຫລັງຈາກເກມທີ່ ໂຣມ່າ ເສຍໃຫ້ ເຊບີຢາ ໃນນັດຊີງຊະນະເລີດ ຢູຟາ ຢູໂຣປາ ລີກ ໃນລະດູການ 2022/23.
ມື້ວານີ້ວັນທີ 21 ມິຖູນາ ໂຈເຊ ມູຣິນໂຢ ນາຍໃຫຍ່ຂອງ ໂຣມາ ຖືກສະຫະພັນບານເຕະເອີຣົບ ຫລື ຢູຟ່າ ປະກາດສັ່ງຫ້າມຄຸມທີມຂ້າງສະໜາມ 4 ນັດ ຈາກຂໍ້ຫາໃຊ້ຄຳດູຖຸກຫຍາບຄາຍ ກັບກໍລະນີທີ່ກ່າວຫາ ແອນໂທນີ ເທເລີ, ກຳມະການຕັດສິນຊາວອັງກິດ ຫລັງຈາກເກມດັ່ງກ່າວ.
ນອກຈາກນີ້ ໂຣມ່າ ຍັງຖືກຫ້າມບໍ່ໃຫ້ຂາຍປີ້ໃນການແຂ່ງຂັນລາຍການເອີຣົບ 1 ນັດ, ເຊິ່ງຈະມີຜົນບັງຄັບໃຊ້ໃນລະດູການຕໍ່ໄປ. ແລະ ຖືກປັບໃໝ 55,000 ເອີໂຣ ຫລັງຈາກແຟນບານຂອງພວກເຂົາຖືກກ່າວຫາວ່າຖິ້ມສິ່ງຂອງ, ຈູດບັ້ງໄຟດອກ ແລະ ການກະທຳໂຕບໍ່ເໝາະສົມລະຫວ່າງເກມນັດນີ້.

