ພົບສິນຄ້າຫ້າມຈຳໜ່າຍຫລາຍປະເພດ ພ້ອມທັງກັກຍຶດ ແລະ ກ່າວເຕືອນຜູ້ຈຳໜ່າຍ

ວັນທີ 14 ມິຖຸນາ 2023 ຜ່ານມາ, ເຈົ້າໜ້າທີ່ກວດກາການຄ້າຂະແໜງການຄ້າພາຍໃນພະແນກອຸດສາຫະກໍາ ແລະ ການຄ້າແຂວງສະຫວັນນະເຂດ, ນໍາໂດຍທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າ ພະແນກອຸດສາຫະກຳ-ການຄ້າ ແຂວງ, ທ່ານ ແກ້ວອຸດອນ ສິດທິຊົນ ຫົວໜ້າຂະແໜງການຄ້າພາຍໃນ ລົງສົມທົບກັບຫ້ອງການ ອຸດສາຫະກຳ-ການຄ້າເມືອງຈຳພອນ ເພື່ອເຄື່ອນໄຫວກວດກາສິນ ຄ້າປະເພດຕ່າງໆ ທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ສິນຄ້າຫ້າມຈຳໜ່າຍຢູ່ເມືອງດັ່ງກ່າວ.

ການເຄື່ອນໄຫວຄັ້ງນີ້ໄດ້ ກວດກາ 20 ຮ້ານ, ໃນນັ້ນ ມີຮ້ານ ຂາຍເຄື່ອງຍ່ອຍທົ່ວໄປຂອງຄົນລາວ ແລະ ຮ້ານຂາຍເຄື່ອງອາໄຫຼ່ເຄື່ອງມືການກະເສດຂອງຄົນຕ່າງປະເທດ, ຜ່ານການກວດກາຕົວຈິງພົບເຫັນສິນຄ້າຫ້າມຈຳໜ່າຍຢູ່ຮ້ານຂອງຄົນຕ່າງປະເທດ (ຈີນ) ປະເພດຈັກສະຕິນຕັດໄມ້ ຈຳນວນ 5 ເຄື່ອງ, ດາບຕັດ 20 ໃບ, ໃບຕັດວົງເດືອນ 8 ໃບ ແລະເຊື້ອ ສູບ 12 ອັນ, ດັ່ງນັ້ນ ເຈົ້າໜ້າທີ່ໄດ້ ກວດກາດ້ານເອກະສານເຫັນວ່າ ສິນຄ້າດັ່ງກ່າວ ເປັນສິນຄ້າຫ້າມ ຈຳໜ່າຍ ຈິ່ງໄດ້ກັກຍຶດໄວ້ຊົ່ວຄາວ ພ້ອມທັງ ເຮັດບົດບັນທຶກ ແລະ ກ່າວເຕືອນເຈົ້າຂອງຮ້ານ ທີ່ໄດ້ລະເມີດ ລະບຽບກົດໝາຍຄັ້ງນີ້.

ໂອກາດນີ້, ທ່ານ ໄຊຍະເດດ ຜຸຍຍະວົງ ໄດ້ຮຽກຮ້ອງມາຍັງ ບັນດາຫ້າງຮ້ານຕ່າງໆທີ່ເປັນຂອງຄົນລາວ ກໍຄືຂອງຄົນຕ່າງປະເທດ ທີ່ມາເຄື່ອນໄຫວ ເຮັດທຸລະກິດຢູ່ພາຍໃນແຂວງສະຫວັນນະເຂດ ຈົ່ງພ້ອມກັນດຳເນີນທຸລະກິດ ໃຫ້ຖືກຕາມລະບຽບກົດໝາຍ, ມີ ຄວາມຊື່ສັດຕໍ່ອາຊີບ, ໂດຍສະເພາະສິນຄ້າໝົດອາຍຸ, ສິນຄ້າທີ່ບໍ່ມີ ຄຸນະພາບ ແລະ ສິນຄ້າຫ້າມຈຳໜ່າຍ, ທັງນີ້ກໍເພື່ອບໍ່ເປັນການເອົາ ລັດ-ເອົາປຽບຂອງຜູ້ບໍລິໂພກ, ສິ່ງ ສຳຄັນ ກໍ່ເພື່ອເປັນການປະຕິບັດ ພັນທະໃຫ້ລັດໄດ້ຢ່າງຄົບຖ້ວນ.