ເຈົ້າໜ້າທີ່ອາວຸໂສອາຊຽນ ຫາລືເອກະສານສຳຄັນ ດ້ານການພັດທະນາສາທາລະນະສຸກ

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ດ້ານສາທາລະນະສຸກອາຊຽນ ຄັ້ງທີ 17 ແລະ ກອງປະຊຸມທີ່ກ່ຽວຂ້ອງ ຈັດຂຶ້ນໃນວັນທີ 19-23 ມິຖຸນາ 2023 ທີ່ນະຄອນຫລວງວຽງຈັນ ໃນຮູບແບບເຊິ່ງໜ້າ ແລະ ອອນລາຍ ໂດຍການເປັນປະທານຂອງ ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະ ມົນຕີກະ ຊວງສາທາລະນະສຸກ, ເຈົ້າໜ້າທີ່ອາວຸໂສດ້ານສາທາລະນະສຸກ ຈາກບັນດາປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມຈະໄດ້ປຶກສາຫາລືໃນຫລາຍບັນຫາ ດ້ານສາທາລະນະສຸກ ແລະ ບັນດາເອກະສານສຳຄັນ ທາງດ້ານການພັດທະນາ ສາທາລະນະສຸກອາຊຽນ ໂດຍສະເພາະແມ່ນຄວາມຄືບໜ້າການຈັດຕັ້ງປະຕິບັດແຜນພັດທະນາ ສາທາລະນະສຸກອາຊຽນ ສົກປີ 2021-2025, ລວມທັງບັນດາແຜນຈັດຕັ້ງປະຕິບັດ ທີ່ຮ່ວມມືກັບບັນດາປະເທດຄູ່ເຈລະຈາ ແລະ ຄູ່ຮ່ວມພັດທະນາ.
ນອກຈາກນີ້, ກອງປະຊຸມ ຈະໄດ້ມີການທົບທວນບັນດາກິດຈະກໍາ, ໂຄງການທີ່ໄດ້ຈັດຕັ້ງປະ ຕິບັດ ໃນໄລຍະຜ່ານມາຈົນຮອດປັດຈຸບັນ ແລະ ວາງທິດທາງແຜນການ ໃນຕໍ່ໜ້າຮ່ວມກັນ ເປັນຕົ້ນ ການຕິດຕາມ ແລະ ລາຍງານຄວາມຄືບໜ້າບັນດາວຽກງານທີ່ໄດ້ຕົກລົງໃນກອງປະຊຸມຄັ້ງຜ່ານມາ ຂອງເຈົ້າໜ້າທີ່ອາວຸໂສ ດ້ານສາທາລະນະສຸກອາຊຽນ ຄັ້ງທີ 16 ແລະ ກອງປະຊຸມລັດຖະມົນຕີ ສາທາລະນະສຸກອາຊຽນ ຄັ້ງທີ 15 ໂດຍໄດ້ເນັ້ນໜັກ ແລະ ປຶກສາຫາລືໃນຫລາຍບັນຫາສຳຄັນ ເຊັ່ນ: ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານແຜນພັດທະນາ ສາທາລະນະສຸກອາຊຽນ ຂອງບັນກຸ່ມສຸຂະພາບອາ ຊຽນ ໃນໄລຍະ 2021-2025, ການຈັດຕັ້ງປະຕິບັດບັນດາຖະແຫລງການຜູ້ນໍາອາຊຽນ ທີ່ຕິດພັນກັບວຽກງານສາທາລະນະສຸກ, ປຶກສາຫາລືກ່ຽວກັບຄວາມຄືບໜ້າ ການພິຈາລະນາສັນຍາການສ້າງຕັ້ງສູນອາຊຽນ ວ່າດ້ວຍພາວະສຸກເສີນດ້ານສາທາລະນະສຸກ ແລະ ພະຍາດທີ່ເກີດຂຶ້ນໃໝ່ ແລະ ຂອບເຂດລະບົບກົນໄກການປະສານງານອາຊຽນ ກ່ຽວກັບພາວະສຸກເສີນດ້ານສາທາລະນະສຸກ ພ້ອມບັນຫາອື່ນໆທີ່ສຳຄັນ ທີ່ຈະໄດ້ປຶກສາຫາລືຮ່ວມກັນ ຂອງເຈົ້າໜ້າທີ່ອາວຸໂສ ດ້ານການພັດທະນາ ສາທາລະນະສຸກ ລະຫວ່າງບັນດາປະເທດສະມາຊິກອາຊຽນ, ປະເທດຄູ່ເຈລະຈາ ແລະ ບັນດາປະເທດຄູ່ຮ່ວມພັດທະນາຕ່າງໆ.

