ແຕ່ງຕັ້ງຮັກສາການ ອະທິການບໍດີ ແລະ ຮອງອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ຊຸດໃໝ່

ພິທີປະກາດ ແຕ່ງຕັ້ງຮັກສາການ ອະທິການບໍດີ ແລະ ຮອງອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ແຂວງຫລວງພະບາງ ໄດ້ມີຂຶ້ນໃນວັນທີ 20 ມິຖຸນາ 2023, ເປັນປະທານຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ,.

ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການປະກາດແຕ່ງຕັ້ງ ທ່ານ ວິລະ ອາໂນລັກ ຮອງອະທິການບໍດີມະຫາວິທະຍາໄລສຸພານຸວົງ ຂຶ້ນເປັນຮັກສາການອະທິການບໍດີມະຫາວິທະຍາໄລສຸພານຸວົງ ແລະ ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ທ່ານ ວົງປະສິດ ຈັນທະຄູນ ເປັນຮອງອະທິການບໍດີ ມະຫາວິທະຍາໄລສຸພານຸວົງ.

ໂອກາດນີ້, ທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ຕາມການປະຕິບັດຄວາມຮຽກຮ້ອງຂອງວຽກງານຕົວຈິງ ແລະ ໄດ້ຜ່ານການທາບທາມຈາກຜູ້ບໍລິຫານ, ພະນັກງານ ຄູອາຈານ ຂອງມະຫາວິທະຍາໄລສຸພານຸວົງ ແລະ ການເຫັນດີ ຂອງອົງການປົກຄອງແຂວງແຕ່ງຕັ້ງຄະນະຊຸດໃໝ່ຂຶ້ນມາ ພ້ອມທັງຮຽກຮ້ອງໃຫ້ຄະນະຊຸດໃໝ່, ພະນັກງານ ຄູ-ອາຈານ ຈົ່ງເພີ່ມທະວີ ການປະສານງານ ແລະ ໃຫ້ການຮ່ວມມືຢ່າງໃກ້ຊິດ ກັບອົງການປົກຄອງແຂວງ, ເອົາໃຈໃສ່ກໍ່ສ້າງພະນັກງານ ຄູ-ອາຈານ ໃຫ້ມີລະດັບວິຊາສະເພາະທີ່ແນ່ນອນ ດ້ວຍການສົ່ງພະນັກງານຄູ-ອາຈານ ໄປຍົກລະດັບວິຊາສະເພາະທັງຢູ່ພາຍໃນ ແລະ ຕ່າງປະເທດ, ພ້ອມກັນເສີມຂະຫຍາຍການຮ່ວມມື ກັບສະຖານການສຶກສາຊັ້ນສູງທັງພາຍໃນ ແລະ ຕ່າງປະເທດ, ຮ່ວມມືກັບພາກຜູ້ປະກອບການທີ່ມີທ່າແຮງ ໃນການສົ່ງເສີມການຮຽນ-ການສອນ ແລະການຄົ້ນຄວ້າວິທະຍາສາດ ເພື່ອເຮັດໃຫ້ການຮຽນການສອນ ມີຄຸນນະພາບ.