ຈໍາປາສັກ ຫາລືການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເພື່ອປົກປ້ອງສິດ ຜົນປະໂຫຍດອັນຊອບທຳຂອງຜູ້ດຳເນີນທຸລະກິດ
ວັນທີ 19 ມິຖຸນາ 2023 ຜ່ານມາ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ຈັດກອງປະຊຸມປຶກສາຫາລືການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ໂດຍການເປັນປະທານຂອງ ທ່ານ ຄໍາແດງ ພົມມາພັກດີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ.
ຈຸດປະສົງຂອງກອງປະຊຸມ ກໍເພື່ອປຶກສາຫາລື, ຊອກວິທີແກ້ໄຂວຽກງານການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ພ້ອມທັງຄົ້ນຄວ້າ, ຊຸກຍູ້ສົ່ງເສີມການຜະລິດສິນຄ້າ ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ເພື່ອສ້າງລາຍຮັບທີ່ເຂັ້ມແຂງ - ຍືນຍົງ, ຫັນປ່ຽນໄປສູ່ສັງຄົມການຜະລິດ ໃຫ້ມີຜົນສຳເລັດຕາມຄາດໝາຍ ແລະ ປະສິດທິຜົນສູງ ເພື່ອເຮັດໃຫ້ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ, ມີປະສິດທິຜົນ ທັງເປັນການປົກປ້ອງສິດ - ຜົນປະໂຫຍດອັນຊອບທຳຂອງຜູ້ດຳເນີນທຸລະກິດ ທີ່ຖືກຕ້ອງ ແລະ ຫັນທຸລະກິດໃຫ້ເຂົ້າສູ່ລະບຽບກົດໝາຍຢ່າງແທ້ຈິງ.

