ຫັນປ່ຽນແຫ່ງປະຫວັດສາດຂອງສົງຄາມ ມາເປັນແຫຼ່ງທ່ອງທ່ຽວ ແລະ ເປັນບ່ອນສຶກສາຄົ້ນ ຄ້ວາ ໃຫ້ຄົນລຸ່ນໃໝ່ ແມ່ນນຶ່ງໃນການສ້າງສະຕິຊາດ

ໂດຍ: ຜາຕຸງ
ທຸກໆປະເທດໃນໂລກນີ້ ຍ່ອມມີຮ່ອງຮອຍທາງປະຫວັດສາດອັນຫອມຫວນແລະຂົມຂື່ນ ນ້ອຍໃຫຍ່ແຕກຕ່າງກັນໄປຢ່າງປະຕິເສດບໍ່ໄດ້ ເພາະມັນຄືປະຫວັດສາດທີ່ເກີດມາຈາກນ້ຳມືຂອງຄົນເຮົາເປັນຜູ້ສ້າງຂຶ້ນມັນຂຶ້ນມາ ຕ່າງແຕ່ວ່າການນຳໃຊ້ຮ່ອງຮອຍປະຫວັດສາດເຫຼົ່າ ນັ້ນຂອງແຕ່ລະປເທດຈະດຳເນີນໄປຄືແນວໃດ ເພື່ອເປົ້າໝາຍອັນໃດເປັນຕົ້ນແມ່ນຖ້ຳທີ່ໃຊ້ເປັນບ່ອນຈັ້ງທ່າແລະບັນຊາການສູ້ຮົບ, ຄ້າຍຄຸມຂັງ ດັ່ງນີ້ເປັນຕົ້ນ,

ມີບາງປະເທດກໍ່ໃຊ້ຮ່ອງຮອຍປະຫວັດສາດເປັນຄັງຄວາມຮູ້,ເປັນໂຮງຮຽນມະຫາ ວິທະ ຍາໄລໃຫ້ຄົນຮຸ່ນຫຼັງກໍ່ຄືເດັກນ້ອຍເຍົາວະຊົນຜູ້ເກິດໃໝ່ໃຫຍ່ລຸນໄດ້ສຶກສາຮຽນຮູ້ ໃຫ້ນັກຄົ້ນຄ້ວາໄດ້ຄົ້ນຄ້ວາເຖິງປະຫວັດສາດຄວາມເປັນມາຂອງທ້ອງຖິ່ນ, ມີບາງບ່ອນໄດ້ນຳໃຊ້ເສດເຫຼືອຮ່ອງຮອຍປະຫວັດສາດນັ້ນເປັນແຫຼ່ງທ່ອງທ່ຽວ ເພື່ອໃຫ້ແຂກຄົນໄດ້ເຫັນໄດ້ຮູ້ຈັກຄວາມຫຍຸ້ງຍາກລຳບາກຂອງການຕໍ່ສູ້ກ່ອນຈະກາຍມາເປັນປະຫວັດສາດ ເພື່ອນຳເອົາລາຍຮັບມາພັດທະນາເສດຖະກິດຂອງປະເທດໃນຂະແໜງການອື່ນ,

ไม่มีคำอธิบายรูปภาพ

ລາວເຮົາໄດ້ກຳນົດເອົາຮ່ອງຮອຍທາງປະຫວັດສາດຂອງສົງຄາມທຳລາຍໃນເມື່ອກ່ອນ ເປັນຕົ້ນ ແມ່ນບັນດາຖ້ຳທ່ານຜູ້ນຳການປະຕິວັດລາວ ທີ່ໃຊ້ເປັນບ່ອນຢູ່ອາໃສ,ບ່ອນຫຼົບໄພ.ເປັນບ່ອນບັນຊາການສູ້ຮົບເພື່ອປົດປ່ອຍປະເທດຊາດ,ຂູມຄອງສູ້ຮົບ, ຄ້າຍຄຸມຂັງບາງບ່ອນ ໃຫ້ເປັນບ່ອນທ່ອງທ່ຽວທາງປະຫວັດສາດ,ທັງເປັນບ່ອນໃຫ້ຜູ້ທີ່ໄປສຳພັດຕົວຈິງໄດ້ສຶກສາຮຽນຮູ້ໄປພ້ອມ ແລະ ກໍ່ເຫັນວ່າໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເປັນຢ່າງດີ,

ນອກຈາກຢູ່ລາວແລ້ວ ບັນດາປະເທດອ້ອມຂ້າງລາວເຮົາກໍ່ລ້ວນແລ້ວແຕ່ມີຮ່ອງຮອຍປະຫວັດສາດແຫ່ງສົງຄາມທີ່ທາງການການໄດ້ອານຸລັກປົກປັກຮັກສາໃຫ້ຄົນລຸ່ນຫຼັງໄດ້ຮູ້ໄດ້ເຫັນ,ຂໍຍົກເອົາ ອານຸສອນຄ້າຍຄຸມຂັງ(ຄຸກ) HoaLo ຢູ່ຮາໂນ່ຍ ວຽດນາມ ຊຶ່ງແມ່ນບ່ອນທີ່ພວກລ່າເມືອງຂຶ້ນຝຼັ່ງໃຊ້ເປັນບ່ອນຄຸມຂັງຊາວວຽດນາມໃນສະໄໝຕໍ່ສູ້ກູ້ຊາດເມື່ອກ່ອນທີ່ຍັງຮັກສາໄວ້ບໍ່ຍອມໃຫ້ນາຍທຶນສຳປະທານປ່ຽນເປັນຮູບແບບໃໝ່ ເພື່ອໃຫ້ລູກຫຼານຊາວວຽດນາມຜູ້ເກີດໃໝ່ໃຫຍ່ລຸນ ລວມທັງນັກທ່ອງທ່ຽວຈາກຕ່າງປະເທດໄດ້ຮູ້ໄດ້ເຫັນໄດ້ສຳພັດກັບເຫດການທາງປະຫວັດທັງເປັນການສ້າງສະຕິຊາດໃຫ້ຄົນລຸ່ນໃໝ່ໃນອະນາຄົດ, ນີ້ກໍ່ຫາກເປັນແຫຼ່ງທ່ອງທ໋ຽວແຫ່ງນຶ່ງທີ່ໜ້າຫຼົງໄຫຼ ໜ້າສຶກສາຄົ້ນຄວ້າເຖິງຄວາມເປັນມາຢ່າງລະອຽດຂອງ ສະຖານທີ່ຄຸມຂັງ ( ຄຸກ ) HoaLo ທີ່ຮາໂນ່ຍ ຂອງວຽດນາມ.

อาจเป็นรูปภาพของ 2 คน