ກຸ່ມພັນທະມິດຂະບວນການ IS ສັງການຝູງຊົນໃນໂຮງຮຽນອູກັນດາ ເສຍຊີວິດຢ່າງໜ້ອຍ 25 ຄົນ

ກຸ່ມຕິດອາວຸດອູກັນດາ ຄືກຸ່ມ Allied Democratic Forces (ADF) ທີ່ມີການພົວພັນໃກ້ຊິດກັບຂະບວນການກໍ່ການຮ້າຍ IS ລົງມືສັງຫານຜູ້ບໍລິສຸດຢູ່ໂຮງຮຽນມັດທະຍົມສຶກສາ Lhubirira ໃນເມືອງ Mpondwe ທາງຕາເວັນຕົກຂອງອູກັນດາ ໃນວັນທີ 17 ມິຖຸນານີ້ ຕາມເວລາທ້ອງຖິ່ນ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 25 ຄົນ.

ເຈົ້າໜ້າທີ່ຕໍາຫລວດອູກັນດາເປີດເຜີຍວ່າ: ປັດຈຸບັນສົບຜູ້ເສຍຊີວິດທັງໝົດ 25 ຄົນຢູ່ໂຮງຮຽນມັດທະຍົມດັ່ງກ່າວໄດ້ຮັບການເຄື່ອນຍ້າຍໄປໂຮງໝໍ Bwera ທີ່ຢູ່ໃກ້ຄຽງແລ້ວ. ເບື້ອງຕົ້ນຍັງບໍ່ມີການຊີ້ແຈງລາຍລະອຽດວ່າມີນັກຮຽນເສຍຊີວິດຈາກເຫດກໍ່ການຮ້າຍຄັ້ງນີ້ຈໍານວນຈັກຄົນ.

ກຸ່ມ ADF ເປັນກຸ່ມຫົວຮຸນແຮງຊາວອູກັນດາທີ່ມີຖານທີ່ໝັ້ນຕັ້ງຢູ່ໃນປະເທດໃກ້ຄຽງ ຄືຄອງໂກ ເຄີຍປະຕິບັດພາລະກິດໂຈມຕີບ້ານແຫ່ງໜຶ່ງທາງພາກຕາເວັນອອກຂອງຄອງໂກ ໃນເດືອນເມສາຜ່ານມາ ແລະ ຂ້າຜູ້ບໍລິສຸດໄປຢ່າງໜ້ອຍ 20 ຄົນ ໂດຍ ADF ໄດ້ເຄື່ອນໄຫວ ແລະ ກໍ່ເຫດຄວາມບໍ່ສະຫງົບໃນລັກສະນະນີ້ໃນເຂດຄອງໂກ ແລະ ອູກັນດາມາເປັນໄລຍະ 20 ປີມາແລ້ວ.

ເບື້ອງຕົ້ນໂຮງຮຽນມັດທະຍົມດັ່ງກ່າວທີ່ຕັ້ງຢູ່ຫ່າງຈາກຊາຍແດນອູກັນດາເປັນໄລຍະທາງໜ້ອຍກວ່າ 2 ກິໂລແມັດ ໄດ້ຮັບຄວາມເສຍຫາຍຢ່າງໜັກ, ຫໍພັກຂອງໂຮງຮຽນຖືກໄຟໄໝ້. ຂະນະທີ່ຮ້ານອາຫານພາຍໃນໂຮງຮຽນຖືກປຸ້ນໄປຈົນໝົດ ຖືເປັນເຫດກໍ່ການຮ້າຍທີ່ເກີດຂຶ້ນພາຍໃນໂຮງຮຽນຂອງອູກັນດາຄັ້ງທໍາອິດໃນຮອບຫລາຍປີ ໂດຍທາງການອູກັນດາໄດ້ສົ່ງກອງກໍາລັງເຂົ້າໄປຄອງໂກ ເພື່ອຮ່ວມຫາລືເຖິງແນວທາງໃນການຮັບມືກັບກຸ່ມກໍ່ການຮ້າຍເຫລົ່ານີ້ແລ້ວ.

ອ້າງອີງ:

https://www.bbc.com/news/world-africa-65937484

https://www.reuters.com/…/uganda-police-say-25-people…/