ສອງຝ່າຍ ລາວ-ຈີນ ຕີລາຄາສູງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ມີຜົນສຳເລັດຕົວຈິງ

ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດລາວ ໄດ້ຢ້ຽມຢາມ ສປ ຈີນ ຕາມການເຊື້ອເຊີນຂອງ ສູນກາງພັກ, ລັດຖະບານ ສປ ຈີນ ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ ແລະ ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ໃຫ້ເລິກເຊິ່ງຕື່ມອີກກ້າວໜຶ່ງ.
ວັນທີ 15 ມິຖຸນາ 2023 ຄະນະຜູ້ແທນໄດ້ເດີນທາງເຖິງນະຄອນຄຸນໝິງ, ແຂວງຢຸນນານ, ໃນໄລຍະການເຄື່ອນໄຫວຢ້ຽມຢາມ ຢູ່ແຂວງຢຸນນານ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ພົບປະກັບສະຫາຍ ຫລີ ຊີ ກໍາມະການປະຈໍາກົມການເມືອງສູນກາງພັກ, ປະທານຄະນະກໍາມະການກວດກາລະບຽບວິໄນ ສູນກາງພັກກອມມູນິດຈີນ ທີ່ໄດ້ຕາງໜ້າໃຫ້ສູນກາງພັກກອມມູນິດຈີນ, ສອງຝ່າຍຕ່າງກໍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການທີ່ພົ້ນເດັ່ນພາຍໃນພັກ-ພາຍໃນປະເທດ ແລະ ການເຄື່ອນໄຫວຕ່າງປະເທດ ໂດຍສະເພາະແມ່ນໝາກຜົນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ, ທີ່ທັງສອງຝ່າຍ ຍາດມາໄດ້ໃນໄລຍະຜ່ານມາ.
ສະຫາຍ ທອງລຸນ ສີສຸລິດ ໄດ້ຝາກຄຳຢື້ຢາມຖາມຂ່າວອັນອົບອຸ່ນ ໄປເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ, ເນື່ອງໃນວັນເກີດ ຄົບຮອບ 70 ປີ, ໄດ້ຕີລາຄາສູງ ຕໍ່ຜົນສຳເລັດອັນຍິ່ງໃຫຍ່ໃນການສ້າງສາພັດທະນາປະເທດຊາດ ທີ່ພັກ, ລັດ ແລະ ປະຊາຊົນຈີນ ຍາດມາໄດ້ຕະຫລອດໄລຍະຜ່ານມາ ແລະ ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາອັນເຂັ້ມແຂງ ແລະ ສະຫລາດສ່ອງໃສຂອງສູນກາງພັກກອມມູນິດຈີນ ທີ່ມີສະຫາຍ ສີ ຈິ້ນຜິງ ເປັນແກນກາງນັ້ນ, ປະຊາຊົນຈີນອ້າຍນ້ອງຈະສືບຕໍ່ຍາດໄດ້ຜົນສໍາເລັດຢ່າງຮອບດ້ານ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກ, ບັນລຸເປົ້າໝາຍການຫັນເປັນທັນສະໄໝແບບຈີນ ເພື່ອຄໍ້າປະກັນຍຸດທະສາດການພັດທະນາດ້ວຍຄຸນນະພາບສູງຂອງຈີນ ແລະ ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການບັນລຸເປົ້າໝາຍ ສ້າງປະເທດຈີນໃຫ້ກາຍເປັນປະເທດສັງຄົມນິຍົມທີ່ທັນສະໄໝເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ປະຊາທິປະໄຕ, ສີວິໄລ, ກົມກຽວປອງດອງ ແລະ ສວຍງາມ.
ໂອກາດນີ້, ສະຫາຍ ຫລີ ຊີ ໄດ້ນຳເອົາຄຳຢື້ຢາມຖາມຂ່າວ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ ເຖິງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ, ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊຸມຄົບຄະນະ ຄັ້ງທີ 6 ສະໄໝ XI ຂອງສູນກາງພັກ ປປ ລາວ ທີ່ຫາກໍ່ສໍາເລັດເມື່ອບໍ່ດົນມານີ້ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນການສ້າງສາພັດທະນາປະເທດຊາດ ທີ່ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ໃນໄລຍະຜ່ານມາ, ໄດ້ສະແດງຄວາມເຊື່ອໝັ້ນ ແລະ ໃຫ້ການສະໜັບສະໜູນ ພາລະກິດສ້າງສາພັດທະນາຂອງ ສປປ ລາວ ໃນໄລຍະໃໝ່.
ສອງຝ່າຍ ໄດ້ຕີລາຄາສູງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ມີຜົນສຳເລັດຕົວຈິງ ກໍຄື ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ທີ່ທັງສອງຝ່າຍພ້ອມກັນຍາດມາໄດ້ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ທີ່ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ; ໄດ້ຕີລາຄາສູງ ຕໍ່ຜົນສຳເລັດຂອງການຢ້ຽມຢາມ ສປ ຈີນ ທາງລັດຖະກິດ ຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໃນທ້າຍປີ 2022 ຜ່ານມາ ກໍຄື ຜົນສຳເລັດຂອງການຈັດຕັ້ງປະຕິບັດ ຖະແຫລງການຮ່ວມ ທີ່ທັງສອງຝ່າຍ ໄດ້ຕົກລົງນຳກັນ; ໄດ້ພ້ອມກັນປຶກສາຫາລື ແລະ ເຫັນດີເປັນເອກະພາບນຳກັນ ກ່ຽວກັບທິດທາງແຜນ ການຕໍ່ໜ້າ ໃນການສືບຕໍ່ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ,
ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍໃຫ້ຄວາມສົນໃຈ, ພ້ອມທັງຢືນຢັນທີ່ຈະສືບຕໍ່ການປະສານສົບທົບ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນຢ່າງສະນິດແໜ້ນ ໃນເວທີຫລາຍຝ່າຍ. ຝ່າຍຈີນ ສະແດງຄວາມຂອບໃຈທີ່ຝ່າຍລາວ ໄດ້ໃຫ້ການສະໜັບສະໜູນ ແລະ ສົ່ງຄະນະຜູ້ແທນຂັ້ນສູງຂອງລາວ ເຂົ້າຮ່ວມບັນດາກອງປະຊຸມສາກົນ ທີ່ ສປ ຈີນ ເປັນເຈົ້າພາບ; ຝ່າຍລາວ ຕີລາຄາສູງ ຕໍ່ບົດບາດທີ່ຕັ້ງໜ້າຂອງ ສປ ຈີນ ໃນພາລະກິດເສີມສ້າງສັນຕິພາບ,ມິດຕະພາບແລະການ ຮ່ວມມື ເພື່ອພັດທະນາໃນພາກພື້ນ ແລະ ສາກົນ ແລະ ພ້ອມທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນການຮ່ວມມືໃນຂອບບັນດາຂໍ້ລິເລີ່ມຕ່າງໆ ທີ່ສະເໜີອອກໂດຍຝ່າຍຈີນ.
ຂໍ້ມູນ+ພາບ: ທີມຂ່າວໂທລະພາບແຫ່ງຊາດ

