ຮອງນາຍົກ ເນັ້ນໃຫ້ຄະນະພັກແຂວງໄຊສົມບູນ ສືບຕໍ່ບຸກທະລຸແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກໄປເທື່ອລະກ້າວ

ກອງປະຊຸມ ຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ແຂວງໄຊສົມບູນ ສະໄໝທີ I ໄດ້ສໍາເລັດລົງຢ່າງຈົບງາມ ໃນວັນທີ 15 ມິຖຸນາ 2023 ໂດຍການເປັນປະທານຮ່ວມຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພອຍຄໍາ ຮຸ່ງບຸນຍວງ, ເຈົ້າແຂວງໄຊສົມບູນ.

ຜ່ານການຮັບຟັງການລາຍງານສາມາດຕີລາຄາວ່າ ໃນໄລຍະ 2021-2023 ຜ່ານມາ, ມີສະພາບຄວາມຫຍຸ້ງຍາກຫລາຍດ້ານ ແຕ່ສະແດງໃຫ້ເຫັນວ່າ ຄະນະບໍລິຫານງານພັກແຂວງ ກໍຄື ຄະນະພັກແຕ່ລະຂັ້ນ ໄດ້ມີຄວາມພະຍາຍາມ ຈຶ່ງສາມາດຜ່ານຜ່າອຸປະສັກ ແລະ ຍາດໄດ້ຜົນສຳເລັດຫລາຍດ້ານ ເປັນຕົ້ນ ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນ ດາເຜົ່າ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ເຮັດໃຫ້ເຂົາເຈົ້າມີຄວາມຮັບຮູ້, ເຂົ້າໃຈ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ກໍຄື ການນຳພາຂອງອົງຄະນະພັກແຂວງ, ປະຊາຊົນມີແນວຄິດຫັນປ່ຽນດີຂຶ້ນກວ່າເກົ່າ, ສາມາດຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍດີ ໂດຍສະເພາະມີຕ່າງປະເທດມາລົງທຶນໃນຂົງເຂດອຸດສາຫະກໍາ ແລະ ຫັດຖະກໍາເພີ່ມຂຶ້ນ 247 ຫົວໜ່ວຍ, ມູນຄ່າສິນຄ້ານໍາເຂົ້າ ແລະ ສົ່ງອອກ 970.530,61 ລ້ານໂດລາສະຫະລັດ ບໍ່ລວມແຮ່ທາດ ເທົ່າກັບ 173,07% ຂອງແຜນການ 5 ປີ. ໃນນີ້, ອຸດສາຫະກໍາປຸງແຕ່ງ 58,76% ຕື້ກີບ, ຫັດຖະກໍາ 22,54 ຕື້ກີບ, ມູນຄ່າຈໍລະຈອນສິນຄ້າບັນລຸ 1.103,02 ຕື້ກີບ ເກີນແຜນວາງໄວ 2 ເທົ່າຕົວ. ພ້ອມນັ້ນ, ຍັງໄດ້ອອກໃບຕາດິນ 12.848 ຕອນ, ເນື້ອທີ່ດິນ 3.070,33 ເຮັກຕາ, ເທົ່າກັບ 36,70% ຂອງແຜນການປີ, ຂຶ້ນສໍາມະໂນທີ່ດິນໄດ້ 12.670 ຕອນ, ເນື້ອທີ່ດິນ 2.819,57 ເຮັກຕາ, ເທົ່າກັບ 36, 20% ຂອງແຜນການ 5 ປີ; ວຽກງານຂົງເຂດວັດທະນະທໍາ-ສັງຄົມ ກໍໄດ້ປັບປຸງຄຸນນະພາບ ແລະ ບໍລິຫານຄຸ້ມຄອງການສຶກສາ ແລະ ກິລາ ສາມາດບັນລຸຄາດໝາຍທີ່ວາງໄວ້, ຄຽງຄູ່ກັນນີ້ ກໍໄດ້ເອົາໃຈໃສ່ນໍາພາສ້າງບ້ານວັດທະນະທໍາ ໄດ້ທັງໝົດ 10 ບ້ານ ທຽບໃສ່ແຜນການ 5 ປີ ປະຕິບັດໄດ້ 58,82%, ສ້າງຄອບຄົວວັດທະນະທໍາ 2.332 ຄອບຄົວ ທຽບໃສ່ແຜນການ 5 ປີ ປະຕິບັດໄດ້ 58,15% ແລະ ວຽກງານຂົງເຂດຕ່າງໆພາຍໃນແຂວງ ກໍໄດ້ຈັດຕັ້ງປະຕິບັດບັນລຸ ຕາມແຜນການທີ່ວາງໄວ້.

ໂອກາດນີ້, ທ່ານ ພົນເອກ ຈັນສະໝອນ  ຈັນຍາລາດ ໄດ້ເນັ້ນໃຫ້ຄະນະພັກແຕ່ລະຂັ້ນ ຈົ່ງເອົາໃຈໃສ່ນຳພາ-ຊີ້ນຳວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນກົກໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ ທີ່ຢູ່ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ເປັນປົກກະຕິ ທີ່ຕິດພັນກັບການນໍາພາວຽກງານທາງດ້ານເສດຖະກິດ ເປັນໃຈກາງໃນການແກ້ໄຂວຽກ 2 ວາລະແຫ່ງຊາດ ແລະ ປະຕິບັດຕາມດໍາລັດ 414/ລບ. ພ້ອມນີ້, ກໍຕ້ອງສືບຕໍ່ບຸກທະລຸແກ້ໄຂຄວາມທຸກຍາກ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກໄປເທື່ອລະກ້າວ; ຄຽງຄູ່ກັນນີ້, ກໍຕ້ອງສືບຕໍ່ຍົກສູງຄຸນນະພາບທາງດ້ານຊັບພະຍາກອນມະນຸດ ເປັນຕົ້ນ ດ້ານແນວຄິດທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ຍົກສູງຄຸນນະພາບໃນການກໍ່ສ້າງທຸກຊັ້ນຄົນ ໃຫ້ມີການຫັນປ່ຽນຕົນເອງດ້ວຍສັນຕິ ໂດຍສະເພາະໃຫ້ຫລີກເວັ້ນແນວຄິດຄັບແຄບ, ແນວຄິດທ້ອງຖິ່ນ ແລະ ແນວຄິດຄອງເດີມ ໃຫ້ໝົດໄປ,  ພ້ອມທັງເອົາໃຈໃສ່ນຳພາ-ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອເຮັດໃຫ້ແຂວງໄຊສົມບູນ ມີຄວາມສະຫງົບຢ່າງໜັກແໜ້ນ ແລະ ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.