2 ກະຊວງ ຫາລື 9 ວຽກສຳຄັນຮ່ວມກັນ ສົ່ງເສີມການຜະລິດກະສິກຳ ແລະ ປ່າໄມ້ ເພື່ອຊົມໃຊ້ພາຍໃນ ແລະ ເປັນສິນຄ້າສົ່ງອອກ

ກອງປະຊຸມພົບປະ ແລະ ປຶກສາຫາລືວຽກງານ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີຂຶ້ນໃນວັນທີ 14 ມິຖຸນາ 2023 ຢູ່ທີ່ກະຊວງກະສິກໍາ ແລະ ປ່າໄມ້, ໂດຍການເປັນປະທານຮ່ວມຂອງ ທ່ານ ເພັດ ພົມພີພັກ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ເພື່ອພົບປະ ແລະ ປຶກສາຫາລື ກ່ຽວກັບວຽກງານການສົ່ງເສີມການຜະລິດກະສິກຳ ແລະ ປ່າໄມ້ ເພື່ອຊົມໃຊ້ພາຍໃນ ແລະ ເປັນສິນຄ້າສົ່ງອອກ ແລະ ການຄຸ້ມຄອງລາຄາສິນຄ້າກະສິກຳ ແລະ ປ່າໄມ້ ແລະ ການຄຸ້ມຄອງ ແລະ ສົ່ງເສີມການຄ້າຜະລິດຕະພັນກະສິກຳ ແລະ ປ່າໄມ້. ໂດຍຫົວຂໍ້ທີ່ນໍາມາປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ມີຄື:

  1. ການຜະລິດເປັນສິນຄ້າ
  2. ການຄຸ້ມຄອງລາຄາສິນຄ້າກະສິກໍາ
  3. ການຄຸ້ມຄອງການນໍາເຂົ້າສິນຄ້າກະສິກໍາ
  4. ການສົ່ງອອກສິນຄ້າກະສິກໍາ
  5. ລາຍການມາດຕະຖານຜະລິດຕະພັນໄມ້ເພື່ອສົ່ງອອກ ຕາມແຈ້ງການ 27/ຫສພ, ລົງວັນທີ 05 ມັງກອນ 2023
  6. ການ ມອບ-ໂອນ ໂຮງງານປຸງແຕ່ງກະສິກໍາ ແລະ ປ່າໄມ້
  7. ການຈັດຕັ້ງປະຕິບັດ ແຈ້ງການ ສະບັບເລກທີ 885/ຫສນຍ, ລົງວັນທີ 28 ກໍລະກົດ 2021
  8. ການສົ່ງອອກ ແລະ ນໍາເຂົ້າ ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ
  9. ການເຂົ້າເຖິງແຫລ່ງທຶນ ຈຸນລະວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ