ວັນແພດລາວ

ວັນທີ 18 ມິຖຸນາ 1965 ແມ່ນວັນແພດລາວ ຊຶ່ງໃນປີ 2023 ນີ້ໄດ້ໝູນວຽນມາບັນຈົບຄົບຮອບ 58 ປີ ພາຍໃຕ້ຄຳຂວັນ: ສູ້ຊົນປະຕິບັດຈັນຍາບັນ ຈັນຍາທຳຂອງແພດໃຫ້ປະກົດຜົນເປັນຈິງ. ວັນແພດລາວ ເປັນວັນໜຶ່ງທີ່ມີຄວາມໝາຍສຳຄັນທາງປະຫວັດສາດຂອງຊາດ ເປັນວັນອັນລໍ້າຄ່າຂອງຂະແໜງການສາທາລະນະສຸກ ເປັນວັນສ້າງຂະບວນການກິດຈະກໍາຕ່າງໆເພື່ອເປັນການສະຫຼຸບຜົນງານ ແລະ ຍ້ອງຍໍສັນລະເສີນຄຸນງາມ ຄວາມດີຂອງແພດລາວໃນສະໄໝຕໍ່ສູ້ກູ້ຊາດ ກໍຄືສະໄໝປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ການແພດລາວໄດ້ກໍາເນີດຂຶ້ນຜ່ານຂະບວນວິວັດແຫ່ງການເຕີບໃຫຍ່ຂອງການແພດໃນແຕ່ລະສະໄໝທີ່ຕິດພັນກັບການຕໍ່ສູ້ກູ້ຊາດແຕ່ລະໄລຍະ, ໃນປີ 1963 ສະໜາມຮົບຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນແບບໃໝ່ໄດ້ເປີດກວ້າງອອກທົ່ວປະເທດ, ເຂດປົດປ່ອຍກໍນັບມື້ນັບຂະຫຍາຍຕົວ ແພດໝໍໄລຍະນັ້ນແມ່ນນອນຢູ່ໃນການ ຈັດຕັ້ງຂອງເສນາຮັກ ແລະ ໄດ້ເຮັດໜ້າທີ່ຂອງຕົນໃນການຮັກສາ ແລະ ປິ່ນປົວພະຍາດໃຫ້ແກ່ພະນັກງານນັກຮົບ ແລະ ປະຊາຊົນບັນດາເຜົ່າ, ເມື່ອສູນກາງພັກໄດ້ມີນະໂຍບາຍ “ສ້າງເຂດປົດປ່ອຍໃຫ້ເປັນລັດໜຶ່ງ” ໃນວັນທີ 18 ມິຖຸນາ 1965 ສູນກາງພັກ ແລະ ແນວລາວຮັກຊາດ ໄດ້ຕົກລົງແຍກຂະແໜງສາທາລະນະສຸກອອກເປັນສອງການຈັດຕັ້ງຄື: ເສນາຮັກເພື່ອຮັບໃຊ້ກອງທັບ ແລະ ສາທາລະນະສຸກສູນກາງເພື່ອຮັບໃຊ້ພົນລະເຮືອນ.

ທ່ານປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ໄດ້ສະເໜີໃຫ້ຄະນະເລຂາທິການສູນກາງພັກ ແລະ ສະພາລັດຖະມົນຕີໃນວັນທີ 11 ມີນາ 1987 ເພື່ອເລືອກເອົາມື້ໃດມື້ໜຶ່ງທີ່ມີຄວາມໝາຍປະຫວັດ ສາດເປັນ “ວັນແພດລາວ”. ຈາກແນວຄິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ແລະ ເຫດຜົນທີ່ໄດ້ກ່າວມາຂ້າງເທິງນັ້ນກະຊວງສາທາລະນະສຸກ ໄດ້ນໍາສະເໜີລັດຖະບານ ແລະ ສະພາແຫ່ງຊາດຊຸດທີ VII ແລະ ໄດ້ຮັບການເຫັນດີໃຫ້ບັນຈຸເຂົ້າໃນກົດໝາຍປິ່ນປົວ ສະບັບປັບປຸງເລກທີ 58/ສພຊ, ລົງວັນທີ 24 ທັນວາ 2014, ໝວດ 10 ມາດຕາ 76 ໄດ້ກໍານົດເອົາວັນທີ 18 ມິຖຸນາເປັນ “ວັນແພດລາວ” ຈົນເຖິງປັດຈຸບັນໂດຍຖືເອົາວັນທີ່ສູນກາງພັກຕົກລົງແຍກຂະແໜງສາທາລະນະສຸກອອກເປັນເສນາຮັກຮັບໃຊ້ກອງທັບ ແລະ ສາທາລະນະສຸກສູນກາງຮັບໃຊ້ພົນລະເຮືອນ.

ການສະເຫຼີມສະຫຼອງວັນແພດລາວ 18 ມິຖຸນາ ໄດ້ຈັດຂຶ້ນໃນທຸກໆປີ ເພື່ອເປັນການປູກຈິດສໍານຶກໃຫ້ແກ່ພະນັກງານແພດໝໍ, ພະຍາບານ, ພະນັກງານສາທາລະນະສຸກລາວຮຸ່ນສືບທອດໄດ້ຮໍ່າຮຽນເອົາແບບຢ່າງອັນດີງາມຂອງແພດໝໍ ແລະ ພະນັກງານສາທາລະນະສຸກຮຸ່ນກ່ອນ, ອອກແຮງຝຶກຝົນຫຼໍ່ຫຼອມສ້າງຕົນເອງໃຫ້ພຽບພ້ອມໄປດ້ວຍຄຸນສົມບັດສິນທໍາປະຕິວັັດ, ຈັນຍາທໍາວິຊາຊີບ ແລະ ຄວາມຊໍານານງານດ້ານວິຊາສະເພາະເພື່ອເປັນນັກຮົບເສື້ອຂາວປະຕິວັດຂອງພັກ, ກາຍເປັນແພດແຫ່ງຊາດ ແລະ ແພດປະຊາຊົນຢ່າງສົມກຽດສັກສີ ເພື່ອສະໜອງການບໍລິການທີ່ມີຄຸນນະພາບ ແລະ ທົ່ວເຖິງແກ່ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ພ້ອມກັນປະກອບສ່ວນຕາມບົດບາດຂອງຕົນໃນການພັດທະນາວົງການແພດລາວໃຫ້ມີຄວາມກ້າວໜ້າ ແລະ ທັນສະໄໝຂຶ້ນໄປເລື້ອຍໆ.