ປະທານປະເທດ ແຫ່ງ ສປປ ລາວ ສົ່ງຈົດໝາຍອວຍພອນວັນເກີດເຖິງປະທານປະເທດ ແຫ່ງ ສປ ຈີນ ຄົບຮອບ 70 ປີ

ໃນວັນທີ 15 ມິຖຸນາ 2023, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງຈົດໝາຍອວຍພອນ ເຖິງສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ເນື່ອງໂອກາດວັນເກີດຂອງ ສະຫາຍ ຄົບຮອບ 70 ປີ.

ເນື້ອໃນຈົດໝາຍ ລະບຸວ່າ: ເນື່ອງໃນໂອກາດວັນເກີດຂອງສະຫາຍ ຄົບຮອບ 70 ປີ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄວາມຢື້ຢາມຖາມຂ່າວ ແລະ ຄຳອວຍພອນໄຊອັນປະເສີດດ້ວຍໄມຕີຈິດອັນດູດດື່ມ, ສຸດອົກສຸດໃຈ ແລະ ສະໜິດສະໜົມຖານສະຫາຍອ້າຍນ້ອງ ມາຍັງ ສະຫາຍ ແລະ ຄອບຄົວ ນະໂອກາດນີ້.

ຂ້າພະເຈົ້າ ຕີລາຄາສູງຕໍ່ຄວາມບາກບັ່ນ ຂອງສະຫາຍ ທີ່ໄດ້ທຸ່ມເທເຫື່ອແຮງ ແລະ ສະຕິປັນຍາ ຢ່າງບໍ່ຮູ້ອິດຮູ້ເມື່ອຍເຂົ້າໃນພາລະກິດສ້າງສາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຕະຫລອດໄລຍະຜ່ານມາ ໂດຍສະເພາະ ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIX ຂອງພັກກອມມູນິດຈີນ ເປັນຕົ້ນມາ, ສະຫາຍໄດ້ສະເໜີ ແນວຄິດວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ທີ່ໄດ້ກາຍເປັນຄັນທຸງ ແລະ ທິດນຳຍຸດທະສາດ ຂອງພັກກອມມູນິດຈີນໃນການນໍາພາປະຊາຊົນຈີນອ້າຍນ້ອງ ພັດທະນາປະເທດຊາດດ້ວຍທ່ວງທ່າໃໝ່, ຍາດໄດ້ຜົນສໍາເລັດຢ່າງຮອບດ້ານ ແລະ ໜ້າອັດສະຈັນ, ສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃນທົ່ວປະເທດຈີນ ແລະ ບັນລຸເປົ້າໝາຍ 100 ປີ ເຫດການທໍາອິດໃນການສ້າງປະເທດສັງຄົມນິຍົມ ທີ່ອີ່ມໜໍາສໍາລານຮອບດ້ານໂດຍພື້ນຖານ. ບົດຮຽນ ແລະ ຜົນສໍາເລັດ ຂອງ ສປ ຈີນ ກໍຄືບັນດາຂໍ້ລິເລີ່ມຕ່າງໆຂອງສະຫາຍ ໄດ້ປະກອບສ່ວນສໍາຄັນເຂົ້າໃນພາລະກິດ ແຫ່ງການເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກອີກດ້ວຍ.

ໃນໂອກາດນີ້, ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ຄວາມເອົາໃຈໃສ່ ຂອງສະຫາຍຕໍ່ການສະໜັບສະໜູນຊ່ວຍເຫລືອ ຢ່າງທັນການ ແລະ ມີປະສິດທິຜົນ ຕໍ່ ສປປ ລາວ ຕະຫລອດໄລຍະທີ່ຜ່ານມາ.ຂ້າພະເຈົ້າ ມີຄວາມໝາຍໝັ້ນທີ່ຈະຮ່ວມກັບສະຫາຍ ສືບຕໍ່ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ກ້າວເຂົ້າສູ່ລວງເລິກ, ແຕກດອກອອກຜົນ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຈີນ ນັບມື້ນັບຫລາຍຂຶ້ນ.

ຂໍອວຍພອນໃຫ້ສະຫາຍ ພ້ອມດ້ວຍຄອບຄົວ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງຕົນ, ສືບຕໍ່ນໍາພາປະຊາຊົນຈີນອ້າຍນ້ອງສ້າງສາພັດທະນາສາທາລະນະລັດ ປະຊາຊົນຈີນ ຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່, ສ້າງປະເທດຈີນໃຫ້ນັບມື້ນັບມີຄວາມເຂັ້ມແຂງທັນສະໄໝ, ບັນລຸເປົ້າໝາຍ 100 ປີເຫດການທີສອງ ກໍຄື ຄວາມມຸ່ງຫວັງແຫ່ງການຟື້ນຟູຄວາມຮຸ່ງເຮືອງສີວິໄລຂອງປະຊາຊາດຈີນ.

ຂໍ້ມູນ: ກະຊວງການຕ່າງປະເທດ