ທາບທາມຄວາມໄວ້ວາງໃຈການນໍາພາລວມ ແລະ ບຸກຄົນ ຄະນະບໍລິຫານງານພັກແຂວງ ເຊກອງ ສະໄໝທີ X

ວັນທີ 13 ມິຖຸນາ 2023 ນີ້, ກອງປະຊຸມທາບທາມ ຄວາມໄວ້ວາງໃຈການນໍາພາລວມ ແລະ ບຸກຄົນ ຂອງຄະນະບໍລິຫານງານພັກແຂວງ ເຊກອວ ກາງສະໄໝທີ X ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ.
ກອງປະຊຸມ, ໄດ້ເຊື່ອມຊຶມຄຳສັ່ງຂອງຄະນະເລຂາທິ ການສູນກາງພັກ ເລກທີ 268/ຄລສພ, ລົງວັນທີ 20 ມັງ ກອນ 2023 ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ, ມາດ ຕະຖານ, ສິດ ແລະ ໜ້າທີ່ ຂອງຄະນະບໍລິຫານງານພັກແຂວງ ແລະ ບັນດາຜູ້ແທນ ໄດ້ໃຊ້ສິດລົງຄະແນນສຽງທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນ ຄະນະບໍລິຫານງານພັກແຂວງ ເພື່ອເປັນການກວດກາຕີລາຄາຄືນຄວາມຮັບຜິດຊອບ ດ້ານການເມືອງຂອງຄະນະບໍລິຫານງານພັກແຂວງ ແລະ ບຸກຄົນ ຄະນະບໍລິຫານງານພັກແຂວງ ແນໃສ່ຊອກໃຫ້ເຫັນຜົນງານດ້ານດີ ແລະ ດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃຫ້ມີການຫັນປ່ຽນ, ເປັນບ່ອນອີງໃນການປັບປຸງປົວແປງກໍ່ສ້າງພັກ, ກໍ່ສ້າງຕົນເອງ, ຍົກສູງບົດບາດຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງຄະນະພັກໃຫ້ສູງ ຂຶ້ນ, ເຕົ້າໂຮມຄວາມສາມັກຄີກໍາລັງແຮງສັງລວມ ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ X ຂອງອົງຄະນະພັກແຂວງ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ໃຫ້ປະກົດຜົນເປັນຈິງ.
ໂອກາດນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ມີຄຳເຫັນຕໍ່ກອງປະຊຸມ ໂດຍໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະ ຊຸມ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ເຂົ້າໃນການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນ ຄະນະບໍລິຫານງານພັກແຂວງຢ່າງຖືກຕ້ອງ, ພາວະວິໄສ, ຫລີກລ້ຽງການມີທັດສະນະອະຄະ ຕິ ເພື່ອເປັນການໂຈມຕີຕໍ່ບຸກຄົນ ຫລື ຕໍ່ການຈັດຕັ້ງພັກ ໂດຍບໍ່ມີການວິເຄາະວິໄຈຢ່າງຖີ່ຖ້ວນ ທີ່ຈະພາໃຫ້ບຸກຄົນ ຫລື ການຈັດຕັ້ງພັກມີການເສື່ອມເສຍ. ແຕ່ບໍ່ໝາຍຄວາມວ່າ ບໍ່ໃຫ້ມີການຕຳນິສົ່ງຂ່າວ, ການຕຳນິສົ່ງຂ່າວຕ້ອງມີລັກ ສະນະສ້າງສັນ, ສ່ອງແສງເຖິງຄວາມເປັນຫວ່ງເປັນໃຍ, ຄວາມມຸ່ງມາດປາດຖະໜາຂອງສະມາຊິກພັກ ຕໍ່ບົດບາດນໍາພາ-ຊີ້ນໍາຂອງບັນດາສະຫາຍຄະນະບໍລິຫານງານພັກ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ.
ພ້ອມກັນນັ້ນ, ບັນດາສະຫາຍທີ່ຖືກຕຳນິສົ່ງຂ່າວ ກໍໃຫ້ນຳເອົາຄໍາຕໍານິສົ່ງຂ່າວໄປຄົ້ນຄວ້າ, ຕຶກຕອງ, ພິຈາລະນາຢ່າງຖີ່ຖ້ວນ ເພື່ອເປັນບົດຮຽນປັບປຸງຕົນເອງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.

