ລາວ-ໄທ ຮ່ວມຝຶກອົບຮົມວຽກງານຄະດີປົກຄອງສານ ເພື່ອສ້າງຄວາມເຂັ້ມແຂງໃນການສ້າງຕັ້ງຄະນະສານປົກຄອງຢູ່ລາວ

ວັນທີ 12 ມິຖຸນາ 2023, ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ພ້ອມດ້ວຍຄະນະໄດ້ເດີນທາງເຂົ້າຮ່ວມພິທີເປີດການຈັດຝຶກອົບຮົມວຽກງານຄະດີປົກຄອງ ທີ່ສານປົກຄອງສູງສຸດ ແຫ່ງ ຣາຊະອານາຈັກໄທ. ເຊິ່ງການດໍາເນີນການຝຶກອົບຮົມໃນຄັ້ງນີ້ແມ່ນພາຍໃຕ້ບົດບັນທຶກຄວາມເຂົ້າໃຈວ່າດ້ວຍຄວາມຮ່ວມມືທາງວິຊາການລະຫວ່າງ ສານປົກຄອງສູງສຸດ ແຫ່ງ ຣາຊະອານາຈັກໄທ ແລະ ສານປະຊາຊົນສູງສຸດ ແຫ່ງ ສປປລາວ ຜ່ານໂຄງການຮ່ວມມືສອງປະເທດ ເພື່ອສ້າງຄວາມເຂັ້ມແຂງໃນການສ້າງຕັ້ງຄະນະສານປົກຄອງ ຢູ່ ສປປ ລາວ.

ການຝຶກອົບຮົມຄັ້ງນີ້ ຈະດໍາເນີນຂື້ນນັບແຕ່ວັນທີ 12-16 ມິຖຸນາ 2023 ໂດຍມີຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ, ຈ່າສານ ຈາກສານປະຊາຊົນສູງສຸດ, ສານປະຊາຊົນພາກກາງ ແລະ ສານປະຊາຊົນນະຄອນຫລວງວຽງຈັນ ເຂົ້າຮ່ວມ ແລກປ່ຽນບົດຮຽນ, ປະສົບການໃນການດໍາເນີນຄະດີປົກຄອງຮ່ວມກັບອາຈານທີ່ມີບົດຮຽນ ແລະ ປະສົບການສູງ, ເປັນການຝຶກອົບຮົມຕໍ່ຍອດທາງດ້ານກົດໝາຍ, ຫລັກການ ດໍາເນີນຄະດີປົກຄອງໃຫ້ເລິກເຊິ່ງ ແລະ ເປັນໂອກາດດີທີ່ຜູ້ເຂົ້າຮ່ວມຝຶກອົບຮົມ ຈະໄດ້ນໍາເອົາປະສົບການ, ຂໍ້ຫຍຸ້ງຍາກໃນການດໍາເນີນຄະດີປົກຄອງຕົວຈິງທີ່ເກີດຂຶ້ນ ພາຍຫລັງຮັບຄະດີປົກຄອງມາພິຈາລະນາແຕ່ທ້າຍປີ 2021 ເປັນຕົ້ນມາ, ເພື່ອໃຫ້ເຫັນດ້ານຫລັກການ, ແນວທາງແກ້ໄຂໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຍຸຕິທໍາໃນສັງຄົມ.