ທາບທາມປະກອບຄໍາເຫັນການປັບປຸງກົດໝາຍ ວ່າດ້ວຍການບັນຊີ ຢູ່ 4 ແຂວງພາກກາງ

ວັນທີ 9 ມິຖຸນາ 2023 ຜ່ານມາ, ຄະນະຮັບຜິດຊອບຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການບັນຊີຂອງກະຊວງການເງິນ, ຈັດກອງປະຊຸມທາບທາມປະກອບຄຳຄິດຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບັນຊີ (ສະບັບປັບປຸງ), ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ  ສົມສະອາດ ຮອງເຈົ້າແຂວງຄໍາມ່ວນ ແລະ ທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ ແລະ ພະແນກການເງິນ 4 ແຂວງພາກກາງ (ແຂວງຄໍາມ່ວນ, ບໍລິຄໍາໄຊ, ໄຊສົມບູນ ແລະ ແຂວງວຽງຈັນ).

ສຳລັບການປັບປຸງກົດໝາຍວ່າດ້ວຍການບັນຊີ ຄັ້ງນີ້ ເປັນເທື່ອທີ 3 ນັບແຕ່ສະພາແຫ່ງຊາດໄດ້ຮັບຮອງເອົາໃນປີ 1990 ເປັນຕົ້ນມາ, ຊຶ່ງເທື່ອທີ 1 ໄດ້ປັບປຸງໃນປີ 2007  ແລະ ເທື່ອທີ 2 ໄດ້ປັບປຸງໃນປີ 2013; ຮ່າງກົດໝາຍວ່າດ້ວຍການບັນຊີ (ສະບັບປັບປຸງ) ໃນເທື່ອນີ້ ປະກອບມີ X ພາກ; ມີ 12 ໝວດ ແລະ ມີ 93 ມາດຕາ (ທຽບກັບກົດໝາຍສະບັບປີ 2013 ມີ XI ພາກ, 12 ໝວດ ແລະ ມີ 101 ມາດຕາ) ໃນນີ້, ໄດ້ປັບປຸງມີ 47 ມາດຕາ, ສ້າງໃໝ່ 4 ມາດຕາ, ຕັດອອກ 8 ມາດຕາ ແລະ ຮັກສາໄວ້ຄືເກົ່າ 42 ມາດຕາ.

ທັງນີ້, ເພື່ອຍົກສູງປະສິດທິພາບໃນການຄຸ້ມຄອງວຽກງານບັນຊີ ສາມາດໃຫ້ຮອງຮັບການຫັນປ່ຽນໃໝ່ ການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດ, ສອດຄ່ອງກັບການຂະຫຍາຍຂອງເສດຖະກິດ ພາກພື້ນ ແລະ ສາກົນ ແຕ່ລະໄລຍະ; ຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ ໃຫ້ຖືບັນຊີຖືກຕ້ອງຄົບຖ້ວນ ແລະ ຫັນເປັນທັນສະໄໝກ້າວສູ່ລະບົບດິຈິຕອນ; ປັບປຸງໃຫ້ສອດຄ່ອງກັບຫຼັກການ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ທີ່ໄດ້ຮັບການຮັບຮອງ ແລະ ປະກາດໃຊ້ໃນປັດຈຸບັນຈຶ່ງເຫັນໄດ້ວ່າມີຄວາມຈໍາເປັນຕ້ອງໄດ້ປັບປຸງກົດໝາຍດັ່ງກ່າວ

ພ້ອມກັນນັ້ນ, ໃນກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນຮ່ວມກັນຕໍ່ບັນດາມາດຕາ ແລະ ເນື້ອໃນທີ່ຄະນະຮັບຜິດຊອບໄດ້ກະກຽມນໍາມາສະເໜີຕໍ່ກອງປະຊຸມ, ຈາກນັ້ນ,ທ່ານປະທານກອງປະຊຸມຍັງໄດ້ມີຄໍາເຫັນເຈາະຈິ້ມ ເພື່ອເປັນແນວທາງໃຫ້ຜູ້ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ໄດ້ປະກອບຄຳຄິດຄຳເຫັນຖືກຕ້ອງຕາມເປົ້າໝາຍຂອງການຄົ້ນຄວ້າກົດໝາຍດັ່ງກ່າວ ແລະ ທັງຮຽກຮ້ອງໃຫ້ສຸມສະຕິປັນຍາເຂົ້າໃສ່ການຄົ້ນຄວ້າປະກອບຄໍາເຫັນຢ່າງກົງໄປກົງມາ ເພື່ອໃຫ້ຮ່າງກົດໝາຍສະບັບດັ່ງກ່າວມີເນື້ອໃນຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຕົວຈິງ.