ແມນຢູ ອາດພາດໄດ້ ເຄນ ຮ່ວມທີມ ຫລັງການເຈລະຈາບໍ່ຄືບໜ້າ

ສື່ລາຍງານວ່າ ແມນເຊສເຕີ ຢູໄນເຕັດ ພວມສູນເສຍຄວາມຫວັງໃນການເຊັນສັນຍາກັບ ແຮຣີ ເຄນ ກອງໜ້າຂອງ ທັອດແນມ ຮັອດສະເປີ ມາຮ່ວມທີມໃນຕະຫລາດລະດູການນີ້ ເນື່ອງຈາກບໍ່ໄດ້ຮັບການສະໜັບສະໜູນໃນການຊື້ຂາຍຄັ້ງນີ້ຢ່າງເຕັມທີ່.
ໂດຍ ເຄນ ເປັນເປົ້າຫມາຍຫລັກໃນການເສີມທີມຂອງ ແມນຢູ ພາຍໃຕ້ການນຳທີມຂອງ ເອຣິກ ເທນ ຮາກ ໃນຕະຫລາດນັກເຕະໜ້າຮ້ອນນີ້ ເນື່ອງຈາກພວກເຂົາຕ້ອງການນັກເຕະໃນຕຳແໜ່ງກອງໜ້າເບີ 9 ຄົນໃຫມ່.
ແນວໃດກໍຕາມການຊື້ຂາຍດັ່ງກ່າວພັດຍັງບໍ່ມີຄວາມຄືບໜ້າ ຈົນຫລ້າສຸດ ສື່ໃນອັງກິດ The Times ແມນຢູ ພວມສູນເສຍຄວາມຫວັງໃນການເຊັນສັນຍາກັບ ເຄນ ຫລາຍຂຶ້ນເລື້ອຍໆ ເນື່ອງຈາກພວກເຂົາບໍ່ໄດ້ຮັບການສະໜັບສະໜູນຢ່າງເຕັມທີ່ ຈົນເຮັດໃຫ້ຂໍ້ຕົກລົງກັບ ສະເປີ ໄດ້.
ເຖິງວ່າສັນຍາຂອງດາວເຕະອາຍຸ 29 ປີ ຈະຫມົດລົງໃນປີໜ້າ ແຕ່ ສະເປີ ກໍຍັງຄົງບໍ່ເຕັມໃຈທີ່ຈະເປີດສກາເຈລະຈາກັບ ແມນຢູ ນອກຈາກນັ້ນຍັງມີ ຣຽວ ມາດຣິດ ແລະ ບາເຢິນ ມິວນິກ ທີ່ຈັບຕາສະຖານະການຂອງ ເຄນ ຢູນຳອີກ ເຮັດໃຫ້ຕອນນີ້ ແມນຢູ ພວມພິຈາລະນາທາງເລືອກອື່ນໆ ໂດຍມີລາຍຊື່ຂອງ ຣາສມຸສ ຮອຍລຸນ ດາວຍິງ ອະຕາລັນຕາ ຢູ່ໃນລາຍຊື່.
ແນວໃດກໍຕາມ ແມນຢູ ຍັງມີຂ່າວດີເນື່ອງຈາກຂະນະນີ້ພວກເຂົາໃກ້ບັນລຸຂໍ້ຕົກລົງໃນການຄວ້າ ເມສັນ ເມົ້າ ກາງກອງເຊລຊີ ມາຮ່ວມທີມຫລັງເຈລະຈາສັນຍາສ່ວນຕົວກັບນັກເຕະລຸລ່ວງ ໂດຍເຫລືອພຽງການເຈລະຈາກັບ ເຊລຊີ ເລື່ອງຄ່າຕົວເທົ່ານັ້ນ.

