ນັກທ່ອງທ່ຽວ ມີທ່າອ່ຽງຫລຸດລົງ ເນື່ອງຈາກເປັນລະດູຝົນເຮັດໃຫ້ມີຄວາມຫຍຸ້ງຍາກໃນການເດີນທາງ

ທ່ານ ວຽງທອງ ຫັດສະຈັນ, ເຈົ້ານະຄອນຫລວງພະບາງ ລາຍງານໃນ ວັນທີ 8 ມິຖຸນາ 2023 ຜ່ານມາວ່າ: ນັກທ່ອງທ່ຽວສາກົນເດີນທາງເຂົ້າໄປທ່ອງທ່ຽວແຂວງຫລວງພະບາງ ນັບມື້ເພີ່ມຂຶ້ນ ໂດຍສະເພາະພາຍຫລັງທີ່ມີການເປີດໂດຍສານລະຫວ່າງປະເທດຂອງລົດໄຟລາວ-ຈີນ ເປັນຕົ້ນມາ, ນັກທ່ອງທ່ຽວຈາກ ສປ ຈີນ ເດີນທາງເຂົ້າໄປທ່ອງທ່ຽວຫລວງພະບາງນັບມື້ເພີ່ມຂຶ້ນ, ໃນນີ້ ເວົ້າສະເພາະໄລຍະ 4 ວັນຂອງການສະເຫລີມສະຫລອງບຸນປີໃໝ່ລາວຜ່ານມາ ມີນັກທ່ອງທ່ຽວຈີນໄປທ່ອງທ່ຽວຫລວງພະບາງ 4 ໝື່ນກວ່າຄົນ. ຈາກສະພາບຈໍານວນນັກທ່ອງທ່ຽວທີ່ມີທ່າອ່ຽງເພີ່ມຂຶ້ນໄດ້ປະກອບສ່ວນສໍາຄັນເຮັດໃຫ້ບັນດາຫົວໜ່ວຍທຸລະກິດທີ່ບໍລິການທ່ອງທ່ຽວ, ລວມເຖີງປະຊາຊົນພາຍໃນນະຄອນຫລວງພະບາງ ມີລາຍຮັບເພີ່ມຂຶ້ນຫລາຍເມື່ອທຽບໃສ່ເມື່ອກ່ອນ.
ໃນໄລຍະ 5 ເດືອນຕົ້ນປີ 2023 ນີ້, ມີນັກທ່ອງທ່ຽວເດີນທາງໄປທ່ອງທ່ຽວ ແຂວງຫລວງພະບາງ 473.374 ເທື່ອຄົນ, ໃນນີ້ ເປັນນັກທ່ອງທ່ຽວສາກົນ ຫລື ນັກທ່ອງທ່ຽວຕ່າງປະເທດ 396.742 ເທື່ອຄົນ ແລະ ນັກທ່ອງທ່ຽວພາຍໃນປະເທດ 76.632 ເທື່ອຄົນ, ສາມາດປະເມີນການໃຊ້ຈ່າຍຂອງນັກທ່ອງທ່ຽວລວມທັງໝົດປະມານ 271.673 ໂດລາສະຫະລັດ.
ຢ່າງໃດກໍຕາມ, ເມື່ອກ້າວເຂົ້າສູ່ເດືອນມິຖຸນາ ກໍຄື ນັບແຕ່ລະດູຝົນນີ້ເປັນຕົ້ນມາ ສັງເກດເຫັນວ່າ, ເຖີງວ່າມີນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວຢູ່ນະຄອນຫລວງພະບາງ ບໍ່ຂາດໃນແຕ່ລະວັນ, ແຕ່ກໍມີທ່າອ່ຽງຫລຸດລົງ, ທັ້ງນີ້ ອາດເປັນຍ້ອນມີຝົນຕົກຫລາຍເຮັດໃຫ້ມີຄວາມຫຍຸ້ງຍາກໃນການເດີນທາງ.
ເຈົ້ານະຄອນຫລວງພະບາງ ໃຫ້ຮູ້ຕື່ມວ່າ: ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ສາກົນເຂົ້າໄປທ່ອງທ່ຽວນະຄອນຫລວງພະບາງ ກໍຄື ແຂວງຫລວງພະບາງ ໃຫ້ນັບມື້ເພີ່ມຂຶ້ນ, ອົງການປົກຄອງນະຄອນຫລວງພະບາງ ແລະ ອົງ ການປົກຄອງແຂວງຫລວງພະບາງ ໄດ້ພ້ອມກັນປຶກສາຫາລື ແລະ ຖອດຖອນບົດຮຽນໃນການຕ້ອນຮັບນັກທ່ອງທ່ຽວໃນໄລຍະຜ່ານມາ ໂດຍຈະສຸມໃສ່ປັບປຸງຫລາຍດ້ານ ເປັນຕົ້ນ: ການຕ້ອນຮັບແຂກຂອງບັນດາຜູ້ປະກອບການໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ຜູ້ນໍາທ່ຽວ ຕ້ອງໃຫ້ໄດ້ຄຸນນະພາບກວ່າເກົ່າ, ປັບປຸງຜູ້ບໍລິການລົດຕູ້ຕ້ອນຮັບນັກທ່ອງທ່ຽວໃຫ້ຈອດເປັນຈຸດເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ສະດວກໃນການສັນຈອນ ແລະ ອື່ນໆ.

