ກຳປູເຈຍ ເລີ່ມລົງມືກໍ່ສ້າງທາງດ່ວນ ສາຍທີ 2 ເຊິ່ງມີຄວາມຍາວ ປະມານ 135 ກິໂລແມັດ

ສຳນັກຂ່າວຕ່າງປະເທດລາຍງານ: ໂຄງການກໍ່ສ້າງທາງດ່ວນ ຈາກນະຄອນຫລວງພະນົມເປັນ ຫາເມືອງບາເວັດ ແຂວງສະວາຍລຽງ ຂອງກຳປູເຈຍ ເລີ່ມລົງມືກໍ່ສ້າງຢູ່ແຂວງການດານ ​ໂດຍ​ມີ ທ່ານ ຮຸນເຊັນ, ນາຍົກລັດຖະມົນຕີ ກຳປູເຈຍ ​ແລະ ພາກສ່ວນ​ ທີ່​ກ່ຽວຂ້ອງ ​ເຂົ້າຮ່ວມ ພິທີ​ເປີດ​ໂຄງການ ​ໃນ​ຄັ້ງນີ້ ​ໂດຍ​ການລົງທຶນ ກໍ່ສ້າງ ຂອງບໍລິສັດ ຈຳກັດ ໂຄງການທາງ ແລະ ຂົວຈີນ ຈຳກັດ, ຊຶ່ງແມ່ນທາງດ່ວນ ສາຍທີ 2 ຂອງກຳປູເຈຍ, ທີ່ມີຄວາມຍາວ ປະມານ 135 ກິໂລແມັດ, ຕົ້ນທາງແມ່ນເລີ່ມຈາກ ເສັ້ນທາງວົງແຫວນ ທີ 3 ຂອງນະຄອນຫລວງ ພະນົມເປັນ, ຜ່ານແຂວງ ການດານ ແລະ ແຂວງເປຣວຽງ, ສ່ວນປາຍທາງ ແມ່ນເມືອງ ບາເວັດ ແຂວງ ສະວາຍລຽງ ຕາມຊາຍແດນລະຫວ່າງ ກຳປູເຈຍ-ສສ ຫວຽດນາມ. ການອອກແບບ ຂອງທາງດ່ວນ ແມ່ນສອງຟາກມີ 4 ເລນ, ຍອດມູນຄ່າການລົງທຶນປະມານ  1.376 ຕື້ໂດລາ