ຊິມໂມເນ່ ອິນຊາກີ້ ສຸດພູມໃຈ ອິນເຕີ ມາໄກເຖິງຮອບຊີງ UCL ຂໍສູ້ເຕັມທີເພື່ອແຊ້ມສະໄໝທີ 4

ຖືເປັນຊ່ວງເວລາສຳຄັນຂອງແຟນບານ “ງູໃຫຍ່” ທີ່ຖ້າສົ່ງກຳລັງໃຈໃຫ້ທີມຮັກຂອງພວກເຂົາທົ່ວໂລກ ຂະນະທີ່ ອິນເຕີ ມິລານ ກຽມແຂ່ງນັດຊີງແຊ້ມພົບກັບ ແມນເຊັສເຕີ ຊິຕີ້ ນັດສຳຄັນມື້ນີ້ ເວລາ 02:00 ໂມງ.
ທີມຂອງ ຊິມໂມເນ່ ອິນຊາກີ້ ເຮັດຜົນງານໄດ້ຢ່າງດີໃນ Champions League ໃນລະດູການນີ້. ກ່ອນທີ່ຈະຝ່າຝັນຜ່ານເຂົ້າຮອບຊິງຊະນະເລີດ ທີ່ສະຫນາມກິລາໂອລິມປິກ Ataturk ປະເທດຕຸລະກີ ເພື່ອລຸ້ນເອົາແຊ້ມໃນການແຂ່ງຂັນເຕະບານໃຫຍ່ ສະໄໝທີ 4 ກັບບ້ານ, ໃນຂະນະທີ່ຄູ່ຕໍ່ສູ້ແມ່ນ “ເຮືອໃບສີຟ້າ”.
ອິນເຕີ ໄດ້ເສີມສ້າງຂວັນກຳລັງໃຈຂອງພວກເຂົາ ໂດຍໄດ້ແຊ້ມ Coppa Italia Cup ກ່ອນທີ່ຈະເດີນທາງໄປ Istanbul ໂດຍຝ່າຍຂອງ ອິນຊາກີ້, ເຖິງແມ່ນວ່າທີມງານຈະຕ້ອງປະເຊີນກັບງານຫນັກ. ແຕ່ກໍ່ມຸ້ງໝັ້ນຮຽກຮ້ອງໃຫ້ເຂົາເຈົ້າໃຫ້ສຸດຄວາມສາມາດເພື່ອຕໍ່ສູ້ເພື່ອຊີງແຊ້ມປຽນລີກ ຖ້ວຍທຳອິດນັບແຕ່ປີ 2010.
ຢ່າງໃດກໍ່ຕາມ, ອິນເຕີ ມິລານ ຖືວ່າເປັນທີມສຸດທ້າຍໃນຊີເຣຍ ອາ ທີ່ຍັງມີລຸ້ນຄວ້າແຊ້ມເອີຣົບໃຫ້ກັບ ອິຕາລີ ໃນລະດູການນີ້. ຫລັງຈາກທີ່ເພື່ອນຮ່ວມລີກຄື ໂຣມາ ແລະ ຟິອໍເຣນຕິນາ ເສຍທ່າ, ອົກຮັກຈາກການແຂ່ງຂັນ ຢູໂຣປາ ລີກ ແລະ ຢູໂຣປາ ຄອນເຟີເຣນລີກ ຕາມລໍາດັບ.

