ເມສຊີ ສ້າງກະແສເຮັດປີ້ເຂົ້າຊົມ ອິນເຕີ ໄມອາມີ ສູງເຖິງ 1300%

ຫລັງຈາກທີ່ ລີໂອເນລ ເມສຊີ ດາວຍິງບານເຕະທີມຊາດອາເຈນຕີນາ ຍ້າຍມາຮ່ວມທີມ ອິນເຕີ ໄມອາມີ ໃນເມເຈີລີກ ຊັອກເກີ ຫລ້າສຸດລາຄາປີ້ເຂົ້າທີມຂອງທີມໂດດສູງຫລາຍກວ່າ 1,000% ແລ້ວ.
ກ່ອນໜ້ານີ້ ປີ້ຂອງ ອິນເຕີ ໄມອາມີ ມີລາຄາໃນເກມໃນບ້ານພຽງ 15 ຫລຽນໂດລາສະຫະລັດ ແຕ່ຫລ້າສຸດຄວາມຕ້ອງການປີ້ເຂົ້າຊີມເກມສູງຂຶ້ນເກີນຕ້ານຫລ້າສຸດເລື່ອນຂຶ້ນໄປເຖິງ 230 ໂດລາສະຫະລັດ ເຊິ່ງເພີ່ມຂຶ້ນຫລາຍເຖິງ 1,398%.
ຂະນະທີ່ເກມຢາມຈາກຜ່ານມາ 53 ໂດລາສະຫະລັດ ເພີ່ມຂຶ້ນໄປເປັນ 251 ໂດລາສະຫະລັດ ເພີ່ມຂຶ້ນ 374%.

