ແມນຢູກຽມປ່ອຍ ກຣີນວູດ ໃຫ້ທີມ ໃນເອີຣົບລະດູການໜ້າ

ແມນເຊັສເຕີ ຢູໄນເຕັດ ກໍາລັງພິຈາລະນາທີ່ຈະສົ່ງ ເມສັນ ກຣີນວູດ ໄປໃຫ້ສະໂມສອນໃນເອີຣົບ ຢືມໂຕໃນລະດູການຕໍ່ໄປ ໂດຍມີລີກຫລາຍປະເທດເປັນທາງເລືອກ.

ຊີວິດຂອງທ້າວ ເມສັນ ກຣີນວູດ ອາຍຸ 21 ປີ ໄດ້ປະສົບກັບຄວາມຫຍຸ້ງຍາກສຸດ ເມື່ອລາວຖືກຈັບກຸມໃນຂໍ້ຫາທຳຮ້າຍຮ່າງກາຍ ແລະ ຂົ່ມຂືນ ສົ່ງຜົນໃຫ້ ແມນເຊັສເຕີ ຢູໄນເຕັດ ສັ່ງຫ້າມຍາວເປັນເວລາດົນນານນັບຕັ້ງແຕ່ເດືອນມັງກອນປີທີ່ຜ່ານມາ. ເຖິງວ່າປະຈຸບັນສານໄດ້ຕັດສິນໃຫ້ ກຣີນ ວູດ ພົ້ນຜິດທຸກຂໍ້ກ່າວຫາແລ້ວກໍ່ຕາມ, ແຕ່ທັບ “ຜີສາດແດງ” ຍັງບໍ່ທັນເອີ້ນໂຕນັກເຕະມາຮ່ວມທີມເທື່ອ.

ໂດຍ ເດລີ ເມລ ສື່ຂອງອັງກິດເປີດເຜີຍວ່າ “ຜີສາດແດງ” ກຳລັງຊອກຫາຊ່ອງທາງທີ່ຈະສົ່ງ ກຣີນ ວູດ ໄປຫລິ້ນຢູ່ຕ່າງປະເທດແບບການຢືມໂຕ 1 ປີ. ໂດຍມີຈຸດຫມາຍປາຍທາງເຊັ່ນອີຕາລີ, ສະເປນ ແລະ ຕຸລະກີ ເປັນທາງເລືອກທີ່ມີແນວໂນ້ມທີ່ສຸດ.