ລາວ ຊະນະ ເຈົ້າພາບ ກຳປູເຈຍ 4-0 ຄວ້າຫຼຽນທອງ ເຕະບານຄົນພິການຕາ ອາຊຽນ ພາຣາເກມ

ທັບນັກກິລາບານເຕະຄົນພິການຕາທີມຊາດລາວ ລົງສະໜາມແຂ່ງຂັນໃນຮອບຊີງຫຼຽນທອງ ໄລ່ຖະຫຼົ່ມເອົາຊະນະ ເຈົ້າພາບ ກຳປູເຈຍ ໄປແບບຂາດຮອຍ 4-0 ປະຕູ ຄວ້າຫຼຽນທອງ ຄ້ອງຄໍ ສ່ວນຫຼຽນຄຳ ຕົກເປັນຂອງນັກກິລາທີມຊາດໄທ ຫຼັງໄລ່ຖະຫຼົ່ມ ທີມຊາດມາເລເຊຍ ໄປແບບຂາດຮອຍເຊັ່ນກັນ 4-0 ປະຕູ ໃນການແຂ່ງຂັນເຕະບານຄົນພິການຕາ ໃນງານກິລາຄົນພິການອາຊຽນ ຫຼື ອາຊຽນ ພາຣາເກມ ຄັ້ງທີ 12 ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກຳປູເຈຍ ເປັນເຈົ້າພາບ ລະຫວ່າງວັນທີ 3-9 ມິຖຸນາ 2023. ຂະນະທີ່ ພັນລະຍາຂອງທ່ານເອກອັກຄະລັດຖະທູດລາວ ປະຈຳກຳປູເຈຍ ມອບເງິນສ່ວນຕົວ 300 ໂດລາສະຫະລັດ ໃຫ້ນັກກິລາບານເຕະຄົນພິການຕາລາວ.
ການແຂ່ງຂັນເຕະບານຄົນພິການຕາ ອາຊຽນ ພາຣາເກມ 2023 ຄູ່ຊີງຫຼຽນທອງ ລະຫວ່າງ ທີມຊາດລາວ ພົບກັບ ທີມຊາດກຳປູເຈຍ ແລະ ຄູ່ຊີງຫຼຽນຄຳ ທີມຊາດໄທ ພົບ ທີມຊາດມາເລເຊຍ ໃນຄັ້ງນີ້ ໄດ້ມີຂຶ້ນ ເມື່ອວັນທີ 8 ມິຖຸນາ 2023 ທີ່ສະໜາມກິລາແຫ່ງຊາດ ມໍລະດົກ ເຕໂຊ ຣາຊະອານາຈັກກຳປູເຈຍ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນລາງວັນໂດຍທ່ານ ປອ ນາງ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ມີຄະນະບໍລິຫານງານສະຫະພັນກິລາອາຊຽນ ຕະຫຼອດຮອດຊາວກຳປູເຈຍ ແລະ ຊາວລາວ ທີ່ປະຕິບັດໜ້າທີ່ວຽກງານຢູ່ປະເທດດັ່ງກ່າວເຂົ້າຮ່ວມຊົມ ແລະ ເຊຍຢ່າງຫຼວງຫຼາຍ.
ຜ່ານການແຂ່ງຂັນຄູ່ຂອງ ຜົນປະກົດວ່າ ທັບນັກກິລາບານເຕະຄົນພິການຕາທີມຊາດລາວ ໄລ່ເອົາຊະນະ ເຈົ້າພາບ ກຳປູເຈຍ ໄປແບບຂາດຮອຍ 4-0 ປະຕູ ຄວ້າຫຼຽນທອງ ມາຄອງ. ຂະນະທີ່ ຄູ່ຊີງຫຼຽນຄຳ ກໍເປັນໄປຕາມຄາດ ທີມຊາດໄທ ໄລ່ຖະຫຼົ່ມ ທີມຊາດມາເລເຊຍ ໄປແບບຂາດຮອຍເຊັ່ນກັນ 4-0 ປະຕູ ໄດ້ຫຼຽນຄຳ ໄປຄອງ ສ່ວນ ມາເລເຊຍ ໄດ້ພຽງຫຼຽນເງິນ.
ການແຂ່ງຂັນເຕະບານ ຄົນພິການຕາ ອາຊຽນ ພາຣາເກມ ຄັ້ງທີ 12 ມີ 4 ຊາດ ເຂົ້າຮ່ວມແຂ່ງຂັນ ຈັດເປັນກຸ່ມດຽວ, ແຂ່ງຂັນແບບພົບກັນໝົດ ໃນຮອບຄັດເລືອກ ແລະ ຄັດເລືອກເອົາທີມທີ່ມີຄະແນນດີທີ່ສຸດ ອັນດັບທີ 1 ແລະ ອັນດັບທີ 2 ຜ່ານເຂົ້າໄປຊີງຫຼຽນຄຳ ແລະ ທີມອັນດັບທີ 3 ແລະ ອັນດັບທີ 4 ໄປຊີງພຽງຫຼຽນທອງ ຊຶ່ງຫຼຽນຄຳ ຕົກເປັນຂອງ ໄທ, ຫຼຽນເງິນ ມາເລເຊຍ, ຫຼຽນທອງ ລາວ.
ຢ່າງໃດກໍຕາມ, ພາຍຫຼັງສຳເລັດການແຂ່ງຂັນນັດຊີງຫຼຽນທອງ ລະຫວ່າງ ທີມຊາດລາວ ແລະ ທີມຊາດກຳປູເຈຍ, ທ່ານ ນາງ ຈິນດາ ປັນຍານຸວົງ ພັນລະຍາຂອງທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳຣາຊະອານາຈັກກຳປູເຈຍ ກໍໄດ້ມອບເງິນສ່ວນຕົວ ຈຳນວນ 300 ໂດລາສະຫະລັດ ໃຫ້ກັບທັບນັກເຕະບານຄົນພິການຕາທີມຊາດລາວ ອີກດ້ວຍ ເພື່ອເປັນກຳລັງໃຈໃຫ້ກັບຄະນະນຳ, ຄູຝຶກ ແລະ ນັກກິລາ ໄດ້ສືບຕໍ່ຝຶກຝົນ ແລະ ສ້າງຜົນງານໃຫ້ດີຂຶ້ນກວ່າເກົ່າໃນອະນາຄົດ.