ຟີລິບປິນ ເຕືອນໄພ ພູໄຟມາຢອນລະເບີດຢ່າງຮຸນແຮງ ເລັ່ງອົບພະຍົບປະຊາຊົນຢູ່ເຂດໃກ້ຄຽງອອກຈາກພື້ນທີ່
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງມະນິລາ, ວັນທີ 8 ມິຖຸນາ 2023 ຜ່ານມາ, ເຈົ້າໜ້າທີ່ ທາງການຟີລິບປິນ ກ່າວເຕືອນ ພູໄຟມາຢອນ(Mayon) ໃນແຂວງ ອໍລເບຍ ຫ່າງຈາກ ນະຄອນຫລວງມະນິລາ ໄປທາງຕາເວັນອອກ ສຽງໃຕ້ 330 ກິໂລແມັດ ລະເບີດຂຶ້ນຢ່າງຮຸນແຮງ ສ່ຽງເປັນອັນຕະລາຍຫລາຍ ແລະ ຂໍໃຫ້ປະຊາຊົນທີ່ຢູ່ອາໄສ ເຂດໃກ້ຄຽງຍົກຍ້າຍ ອອກຈາກເຮືອນໄປຢູ່ສະຖານທີ່ ປອດໄພຫລັງຈາກພູໄຟ ໄດ້ປະທຸ ຂີ້ເຖົ່າໄຟຫິນ, ກຸ່ມແກັສ ແລະ ລາວາ ໄຫລອອກມາຕາມຕີນພູ ຢ່າງຮຸນແຮງ ຈຶ່ງມີການຍົກລະດັບເຕືອນໄພຈາກລະດັບ 2 ມາເປັນລະດັບ 3 ຈາກທັງໝົດ 5 ລະດັບ ແລະ ກຽມຄວາມພ້ອມ ໃນການຮັບມື ກັບພູໄຟ ລະເບີດໃນຄັ້ງນີ້.

