ລີໂອເນວ ເມສຊີ່ ສຳເລັດຂໍ້ຕົກລົງ ຍ້າຍຮ່ວມ ອິນເຕີ ໄມອາມີ່ ໃນ ເມຈີລີກ ອາເມລິກາ ເຊິ່ງມີ ເດວິດ ເບັກແຮມ ເປັນເຈົ້າຂອງຮ່ວມ

ລີໂອເນລ ເມສຊີ່ ກອງໜ້າແຊ້ມໂລກອາເຈນຕິນາ ຕັດສິນໃຈເຂົ້າຮ່ວມທີມ ອິນເຕີ ໄມອາມີ່ ໃນ ເມຈີລີກ ຊັອກເກີ (MSS) ສະຫະລັດອາເມລິກາແລ້ວ. ອີງຕາມການຢືນຢັນຂອງນັກຂ່າວທີ່ມີຊື່ສຽງ Fabrizio Romano ແລະ ​ສື່​ມວນ​ຊົນ​ຊັ້ນ​ນໍາ​ຫລາຍ​ແຫ່ງ​ໃນ​ທົ່ວ​ໂລກ.

ດາວຍິງເຈົ້າຂອງລາງວັນ ບັນລົງດໍ 7 ສະໄໝ ອຳລາ “PSG” ປາຣີ ແຊັງ-ແຊັກແມັງ ຫລັງຈາກສັນຍາຈະຫມົດອາຍຸໃນທ້າຍເດືອນມິຖຸນານີ້ ໃນຕອນທໍາອິດ, ຫລາຍຄົນຄາດວ່າເຂົາອາດຈະເລືອກທີ່ຈະກັບຄືນໄປຫາບາເຊໂລນາ, ຕົ້ນສັງກັດເກົ່າທີ່ປຸກປັ້ນຈົນມີຊື່ສຽງ. ຫລື ໄປເກັບເງິນກັບທີມໃນລີກໃນ ຊາອຸດິ ອາຣາເບຍ.

ຢ່າງໃດກໍ່ຕາມ, ກອງໜ້າທີມຊາດອາເຈນຕິນາ ແຊ້ມບານໂລກ 2022 ໄດ້ເລືອກຄວາມທ້າທາຍໃໝ່ກັບ ອິນເຕີ ໄມອາມີ່, ທີມທີ່ມີເຈົ້າຂອງຮ່ວມຄື ເດວິດ ເບັກແຮມ ຕຳນານຈອມປັ່ນຟີຄິກຂອງແມນຢູ. ໂດຍການຕັດສິນໃຈດັ່ງກ່າວຈະຖືກປະກາດຢ່າງເປັນທາງການໃນບໍ່ເທົ່າໃດຊົ່ວໂມງຂ້າງຫນ້ານີ້.

ໃນຂະນະດຽວກັນ, ມີລາຍງານວ່າ ອິນເຕີ ໄມອາມີ່ ໄດ້ຍື່ນຂໍ້ສະເໜີໃຫ້ ເມສຊີ່ ພິຈາລະນາ ເຊິ່ງເຮັດໃຫ້ລາວຍາກທີ່ຈະປະຕິເສດ ໂດຍ “ສະປອດ” ສື່ຊື່ດັງໃນສະເປນ. ເຜີຍໜຶ່ງໃນຂໍ້ສະເໜີດັ່ງກ່າວໜຶ່ງແມ່ນລາຍໄດ້ຈຳນວນ 43 ລ້ານປອນ ຕໍ່ປີ ຫລື ສະເລ່ຍປະມານ 830,000 ປອນ ຕໍ່ອາທິດ.