ເມສຊີ ປະຕິເສດຂໍ້ສະເໜີພັນລ້ານຢູໂຣຈາກທີມຊາອຸ ເລືອກໄປຢູ່ກັບ ອິນເຕີ ໄມອາມີ

ສື່ລາຍງານວ່າ ລີໂອເນລ ເມສຊີ ປະຕິເສດຂໍ້ສະເໜີລະດັບ 1,000 ລ້ານຢູໂຣຂອງທີມ ອັລ ຮິລາລ ທີມໃນຊາອຸດິອາຣະເບຍ ແລະ ເລືອກທີ່ຈະໄປຢູ່ກັບ ອິນເຕີ ໄມອາມີ ທີມຂອງ ເດວິດ ແບັກແຮມ ໃນລະດູການໜ້າ.

ສຳລັບ ເມສຊີ ໄດ້ແຍກທາງກັບ ເປແອສເຊ ຫລັງຈົບລະດູການນີ້ເນື່ອງຈາກຫມົດສັນຍາ ແລະ ຍັງບໍ່ມີຄວາມແນ່ນອນວ່າລາວຈະເລືອກຍ້າຍໄປຢູ່ກັບທີມໃນລະດູການໜ້າ.

ໂດຍກ່ອນໜ້ານີ້ ມີລາຍງານວ່າ ດາວເຕະອາຍຸ 35 ປີ ໄດ້ຮັບຂໍ້ສະເໜີຈາກຫລາຍສະໂມສອນ ທັງ ອັລ ຮິລາລ ທີມດັງໃນຊາອຸດິ ອາຣະເບຍ ດ້ວຍສັນຍາ 2 ປີ ແລະ ມີມູນຄ່າສູງເຖິງ 1,000 ລ້ານຢູໂຮ ໃນສັນຍາ 2 ປີ ຈາກ ອິນເຕີ ໄມອາມີ ຈາກເມເຈີລີກ ຊັອກເກີ ສະຫະລັດ ເຊິ່ງມີ ເດວິດ ແບັກແຮມ ເປັນເຈົ້າຂອງທີມ ແລະ ຈາກ ບາເຊໂລນາ ອະດີດຕົ້ນສັງກັດ.

ແຕ່ຫລ້າສຸດ ບີບີຊີ ສະປອດ ເປີດເຜີຍວ່າ ເມສຊີ ໄດ້ປະຕິເສດຂໍ້ສະເນີລະດັບ 1,000 ລ້ານຢູໂຣ ຂອງ ອັລ ຮິລາລ ແລະ ຈະເລືອກຍ້າຍໄປຫລິ້ນຢູ່ກັບ ອິນເຕີ ມິລານ ເຊິ່ງໄດຮັບຄວາມຮ່ວມືຈາກ ອາດີດາສ ແລະ ແອບເປິນ ໃນການຊ່ວຍດຶງນັກເຕະລາຍນີ້ໄປເສີມທີມໃນລະດູການໜ້າ.

ສຳລັບສາເຫດທີ່ ເມສຊີ ເລືອກຍ້າຍມາຮ່ວມທີມ ອິນເຕີ ໄມອາມີ ນັ້ນເນື່ອງຈາກເລື່ອງຂອງຮູບແບບຊີວິດ ແລະ ຂໍ້ຕົກລົງກັບຜະລິດຕະພັນສິນຄ້າໃຫຍ່ໆ ນອກຈາກນັ້ນລາວຍັງມີເຮືອນຢູ່ໃນ ໄມອາມີ ນຳອີກ.