ປະກາດແຕ່ງຕັ້ງທ່ານພົນຈັດຕະວາ ບຸບຜາ ສີພົມມາ ເປັນຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນຄົນໃໝ່.
ໃນທ້າຍອາທິດຜ່ານມານີ້, ກະຊວງປ້ອງກັນຄວາມສະຫງົບ, ໄດ້ຈັດພິທີປະກາດແຕ່ງຕັ້ງທ່ານພົນຈັດຕະວາ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງມາເປັນຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນຄົນໃໝ່ ແລະ ແຕ່ງຕັ້ງທ່ານພັນເອກ ບົວພັນ ຍໍລະວົງສາ ຫົວໜ້າກົມ 504 ມາເປັນຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ໂດຍມີທ່ານພົນຕີ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍຄະນະພັກ-ຄະນະບັນຊາອ້ອມຂ້າງກະຊວງເຂົ້າຮ່ວມ ແລະ ໄດ້ມີຄໍາເຫັນຊີ້ນໍາວ່າ: ການປັບປຸງລະບົບກົງຈັກການຈັດຕັ້ງຂອງກຳລັງປ້ອງກັນຄວາມສະຫງົບຄັ້ງນີ້, ແນ່ໃສ່ໃຫ້ກໍາລັງປະກອບອາວຸດມີຄວາມໜັກແໜ້ນເຂັ້ມແຂງ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ພ້ອມທັງເນັ້ນໃຫ້ຜູ້ທີ່ໄດ້ຮັບແຕ່ງຕັ້ງຈົ່ງເພີ່ມທະວີຄວາມເປັນແບບຢ່າງນຳໜ້າໃນວຽກງານວິຊາສະເພາະ, ປະຕິບັດລະບຽບວິໄນທີ່ວາງອອກເຂັ້ມງວດ, ມີຄວາມຈົງຮັກພັກດີຕໍ່ພັກ ແລະ ລັດ, ຕັ້ງໜ້າປັບປຸງກໍ່ສ້າງກຳລັງປ້ອງກັນຄວາມສະຫງົບໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝຂຶ້ນເທື່ອລະກ້າວ.

