ລາວທົບທວນຄືນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ

ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຂຶ້ນທີ່ແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 12 ແລະ 14 ກັນຍານີ້ ໂດຍການເຂົ້າຮ່ວມຂອງຮອງຫົວໜ້າກົມອົງການຈັດຕັ້ງສາກົນ, ຕາງໜ້າຫົວໜ້າກອງເລຂາຄະນະຊີ້ນຳລະດັບຊາດເພື່ອການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.
ກອງປະຊຸມໄດ້ປຶກສາຫາລື, ແລກປ່ຽນຄວາມຄິດເຫັນຕ່າງໆ ກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃນ ສປປ ລາວ ແນໃສ່ປູກຈິດສຳນຶກ, ສ້າງຄວາມເຂົ້າໃຈ ແລະ ເພີ່ມທະວີການມີສ່ວນຮ່ວມຂອງທຸກພາກສ່ວນ ແລະ ຂະແໜງການກ່ຽວຂ້ອງຂັ້ນທ້ອງຖິ່ນໃນການເຊື່ອມສານເປົ້າໝາຍ ປພຍ ເຂົ້າໃນແຜນພັດທະນາ ກໍຄືການສ້າງແຜນດຳເນີນງານຮອດ ປີ 2030 ເພື່ອເປັນບ່ອນອີງໃຫ້ແກ່ການວາງແຜນ ແລະ ການລະດົມທຶນຮອນເຂົ້າໃນການພັດທະນາປະເທດຊາດໃຫ້ແທດເໝາະກັບສະພາບເງື່ອນໄຂ ແລະ ທ່າແຮງຕົວຈິງຂອງປະເທດເຮົາ ແລະ ໄດ້ແຈ້ງໃຫ້ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກຂອງຄະນະຊີ້ນຳລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໂດຍສະເພາະການໃຫ້ທິດຊີ້ນຳອັນສຳຄັນຂອງ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່ຽວກັບການວາງແນວທາງນະໂຍບາຍ ແລະ ທິດທາງລວມໃນວຽກງານການຈັດຕັ້ງຜັນຂະຫຍາຍເປົ້າໝາຍ ປພຍ ຢູ່ ສປປ ລາວ ໃນຕໍ່ໜ້າ.
ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປິ ຄັ້ງທີ 8 ແລະ ວຽກງານເກັບກຳຂໍ້ມູນ ແລະ ສະຖິຕິ ໂດຍວິທະຍາກອນຈາກກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ກົມແຜນການ ແລະ ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ເຊິ່ງເນື້ອໃນຫຼັກໆແມ່ນລາຍງານສະພາບການໂດຍລວມຂອງການຈັດຕັ້ງປະຕິບັດ ປພຍ ມາຮອດປັດຈຸບັນ, ການກຳນົດວາລະປີ 2030 ເພື່ອການພັດທະນາແບບຍືນຍົງ ກໍຄືເປົ້າໝາຍການພັດທະນາແບບຍືນຍົງໃນລະດັບສາກົນ ແລະ ການຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ທີ 18: “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ” ພ້ອມທັງໄດ້ນຳສະເໜີບັນດາກົນໄກ ແລະ ແຜນດຳເນີນງານແຫ່ງຊາດສຳລັບການຈັດຕັ້ງປະຕິບັດ ປພຍ ຮອດປີ 2030 ໂດຍສະເພາະຄວາມຄືບໜ້າໃນການເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ເຊິ່ງຕິດພັນກັບຂົງເຂດວຽກງານຂອງແຕ່ລະຂະແໜງການທີ່ກ່ຽວຂ້ອງ ລວມທັງສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນງານຕ່າງໆໃຫ້ເປັນລະບົບ, ມີປະສິດທິພາບ ແລະ ປະສິດທິຜົນສູງ ອີງໃສ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນການ ແລະ ບູລິມະສິດຂອງຂະແໜງການໃນແຕ່ລະໄລຍະ ເຊິ່ງຕ້ອງໄດ້ຕິດຕາມ, ປະເມີນຜົນ, ເກັບກຳຂໍ້ມູນ ແລະ ສະຖິຕິຢ່າງໃກ້ຊິດ. ນອກຈາກນີ້, ທີ່ປະຊຸມຍັງໄດ້ມີໂອກາດຮັບຟັງບົດສະເໜີ ກ່ຽວກັບການຮ່ວມງານກັນລະຫວ່າງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ (INGOs) ແລະ ອົງການຈັດຕັ້ງທາງສັງຄົມຂອງລາວ (CSOs) ກໍຄືກົນໄກການຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມຂອງລາວ ເຊິ່ງເປັນອົງການຈັດຕັ້ງສາກົນໜຶ່ງທີ່ໄດ້ເຂົ້າມາໃຫ້ການຊ່ວຍເຫລືອແກ່ ສປປ ລາວ, ຕັ້ງແຕ່ກ່ອນປີ 1975 ແລະ ເພີ່ມຫລາຍຂຶ້ນນັບແຕ່ ສປປ ລາວ ໄດ້ດຳເນີນ ແລະ ຜັນຂະຫຍາຍແນວທາງການຕ່າງປະເທດ ພາຍໃຕ້ແນວທາງຈິນຕະນາການໃໝ່ຂອງພັກ ແຕ່ປີ 1986 ເປັນຕົ້ນມາ.

